ຫວຽດນາມ-ໂຮນລັງສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ

(VOVWORLD) -ວັນທີ 6 ກຸມພາ, ຢູ່ ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Sigrid Kaag ລັດຖະມົນຕີການຄ້າຕ່າງປະເທດ ແລະ ຮ່ວມມືພັດທະນາ ໂຮນລັງ.
ຫວຽດນາມ-ໂຮນລັງສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Sigrid Kaag ລັດຖະມົນຕີການຄ້າຕ່າງປະເທດ ແລະ ຮ່ວມມືພັດທະນາ ໂຮນລັງ

ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ການຢ້ຽມຢາມຈະສ້າງຂີດໝາຍຢ່າງແຮງໃນການຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບມີປະສິດທິຜົນ ແລະ ແທດຈິງກວ່າ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ; ຄູ່ຮ່ວມມືຍຸດທະສາດ ກ່ຽວກັບກະສິກຳແບບຍືນຍົງ ແລະ ການຄ້ຳປະກັນດ້ານສະບຽງອາຫານ. ທ່ານນາຍົກລັດຖະມົນຕີ ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ ດ້ວຍບັນດາການເຄື່ອນໄຫວລະອຽດຄື: ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈິມີນ, ຮ່າໂນ້ຍ ແລະນະຄອນ Rotterdam, ການຮ່ວມມືການສຶກສາ ຍົກສູງລະດັບຄວາມຮູ້ແຫລ່ງຊັບພະຍາກອນມະນຸດໃນຂົງເຂດຊັບພະຍາກອນທຳມະຊາດສິ່ງແວດລ້ອມຂອງຫວຽດນາມ. ສ່ວນທ່ານນາງ ລັດຖະມົນຕີ ການຄ້າ ແລະ ການຮ່ວມມືພັດທະນາໂຮນລັງ Sigrid Kaag ໄດ້ຢືນຢັນວ່າ:  ໂຮນລັງ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມໃນຂົງເຂດກະສິກຳ, ພັດທະນາທ່າກຳປັ່ນທະເລ logistic. ຝ່າຍໂຮນລັງ ກໍ່ພ້ອມແລ້ວຮ່ວມມືກັບຫວຽດນາມ ໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດກໍ່ຄືແບ່ງປັນພູມປັນຍາ, ບົດຮຽນ, ຮ່ວມເດີນທາງພ້ອມກັບວິວັດການພັດທະນາຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ