ຫວຽດ​ນາມໄດ້​ສະ​ເໜີ​ຮັບ​ລາງວັນ 11 ​ລາຍ​ການ “ແຖ​ວ​ໜ້າ ອາ​ຊີ”

(VOVWORLD) -ອົງການລາງວັນທ່ອງທ່ຽວໂລກ World Travel Awards 2020 ຫາກໍ່ປະກາດກ່ຽວກັບເວລາຄັດເລືອກໃຫ້ແກ່ພາກພື້ນ ອາຊີ ປີ 2020 ທີ່ໄດ້ດຳເນີນຮອດວັນທີ 24 ກັນຍາ.
ຫວຽດ​ນາມໄດ້​ສະ​ເໜີ​ຮັບ​ລາງວັນ 11 ​ລາຍ​ການ “ແຖ​ວ​ໜ້າ ອາ​ຊີ” - ảnh 1 ເມືອງເກົ່າໂຮ້ຍອານ ຫວຽດນາມ (ພາບ: baovanhoa.vn)

ປີນີ້, ການທ່ອງທ່ຽວ ຫວຽດນາມໄດ້ສະເໜີຮັບລາງວັນຢູ່ 11 ລາຍການ “ແຖວໜ້າອາຊີ”ແມ່ນ “ຈຸດນັດພົບວັດທະນະທຳແຖວໜ້າ ອາຊີ”, “ຈຸດນັດພົບແຖວໜ້າອາຊີ”, “ຈຸດນັດພົບມໍລະດົກແຖວໜ້າອາຊີ”, “ຈຸດນັດພົບທຳມະຊາດແຖວໜ້າອາຊີ”, ຈຸດນັດພົບກ່ຳປັ່ນທ່ອງທ່ຽວໃນແມ່ນ້ຳແຖວໜ້າອາຊີ”, “ຈຸດນັດພົບອາຫານການກິນແຖວໜ້າອາຊີ ,“ຈຸດນັດພົບສະຫງວນໃຫ້ແກ່ໄວໜຸ່ມແຖວໜ້າອາຊີ” ແລະ “ນະຄອນແຖວໜ້າອາຊີ” ສຳລັບນະຄອນຮ່າໂນ້ຍ, “ນະຄອນວັດທະນະທຳແຖວໜ້າອາຊີ” ສຳລັບ ໂຮ້ຍອານ, “ອົງການທ່ອງທ່ຽວແຖວໜ້າອາຊີ” ສຳລັບກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ).

ເພື່ອຄັດເລືອກໃຫ້ແກ່ການທ່ອງທ່ຽວ ຫວຽດນາມ, ຈົ່ງເຂົ້າເວັບໄຊ Worldtravelawards.com ຈົດທະບຽນ, ສ້າງບັນຊີແລ້ວ ດຳເນີນການປ່ອນບັດຄັດເລືອກເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ