ຫວຽດ​ນາມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິ​ກ ​ສະ​ພາ​ບໍ​ລິ​ຫານ​ງານ ​ອົງ​ການ​ສ​ປ​ຊ ກ​່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ​ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ອາ​ຍຸ​ການ 2025 - 2027

(VOVWORLD) - ວັນທີ 9 ເມສາ, ຕາມເວລາທ້ອງຖິ່ນ ຢູ່ອາເມລິກາ, ສະພາເສດຖະກິດສັງຄົມ ສປຊ  (ECOSOC) ໄດ້ເລືອກເອົາ ຫວຽດນາມ ເຂົ້າເປັນສະມາຊິກ ສະພາບໍລິຫານ ອົງການສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ  (UN Women)ອາຍຸການ 2025 - 2027.

ຫວຽດ​ນາມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິ​ກ ​ສະ​ພາ​ບໍ​ລິ​ຫານ​ງານ ​ອົງ​ການ​ສ​ປ​ຊ ກ​່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ​ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ອາ​ຍຸ​ການ 2025 - 2027 - ảnh 1ກອງປະຊຸມເລືອກຕັ້ງສະມາຊິກ ສະພາບໍລິຫານງານ ອົງການສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ອາຍຸການ 2025 - 2027

ດ້ວຍການເຂົ້າເປັນສະມາຊິກຂອງສະພາ, ນັບແຕ່ເດືອນມັງກອນປີ 2025 ຈົນຮອດໝົດປີ 2027, ຫວຽດນາມ ຈະເຂົ້າຮ່ວມການປະສານງານສ້າງ ແລະ ຜັນຂະຫຍາຍ ບັນດາຂໍ້ກຳນົດໃຫຍ່ຂອງ UN Women, ຮັບປະກັນບັນດາຍຸດທະສາດ ແລະ ການເຄື່ອນໄຫວຂອງອົງການນີ້ມີຄວາມສະເໝີຕົ້ນປະເໝີປາຍດ້ວຍບັນດາເປົ້າໝາຍ ແລະ ນະໂຍບາຍສັງລວມຂອງ ສປຊ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ. ໂດຍແມ່ນສະມາຊິກຂອງ ສະພາ, ຫວຽດນາມ ກໍ່ຈະເຂົ້າຮ່ວມວິວັດການໃຫ້ສັດຕະຍາບັນ ບັນດາແຜນການ, ລາຍການເຄື່ອນໄຫວກໍ່ຄືບັນດາການກຳນົດກ່ຽວກັບການປະຕິບັດລະບຽບການບໍລິຫານ, ການເງິນ ແລະ ງົບປະມານຂອງ UN Women.

ຕອບກັບ

ຂ່າວ/ບົດ​ອື່ນ