ຫວຽດນາມ-ໄທມຸ່ງໄປເຖິງຄາດໝາຍບັນລຸວົງເງິນການຄ້າ20ຕື້USD
ຊວນເຊີນ,ນັກຂ່າວVOVປະຈຳໄທ -  
ພາບປະກອບ
|
(vovworld) – ເພື່ອມຸ່ງໄປເຖິງຄາດໝາຍຍົກວົງເງິນການຄ້າ 2 ສົ້ນບັນລຸ 20 ຕື້ USD ໃນປີ 2020, ໄລຍະມໍ່ໆມານີ້, ຫວຽດນາມ ແລະ ໄທ ມີການເຄື່ອນໄຫວຕ່າງໆເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ.
ກະຊວງການຄ້າ ໄທ ໃຫ້ຮູ້ວ່າ: ແຕ່ວັນທີ 20 – 22/7, ຢູ່ ບາງກອກ, 2 ປະເທດຈະຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບດ້ານການຄ້າ 2 ຝ່າຍ ຄັ້ງທີ 2 ເພື່ອແນໃສ່ຊອກຫາບັນດາມາດຕະການຊຸກຍູ້ການຄ້າໃນຂົງເຂດກະສິກຳ. ນອກນັ້ນ, ໄທມີແຜນການພັດທະນາຮ່ວມມືດ້ານຄົມມະນາຄົມຂົນສົ່ງກັບ ຫວຽດນາມຜ່ານ ລາວ, ສືບຕໍ່ຍູ້ແຮງການລົງທຶນທະນາຄານການຄ້າເຂົ້າ ຫວຽດນາມ, ຮ່ວມມື 2 ຝ່າຍກ່ຽວກັບສິດຊັບສິນທາງປັນຍາ ແລະ ສ້າງແຜນການເຄື່ອນໄຫວກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ໃນກອງປະຊຸມຄັ້ງນີ້, ໄທ ຍັງສະເໜີໃຫ້ ຫວຽດນາມ ເປີດກ້ວາງຕະຫຼາດໝາກໄມ້ສົດຫຼາຍກ່ວາອີກ, ກ່ອນທີ່ 2 ປະເທດເຊື່ອມໂຍງເຂົ້າປະຊາຄົມເສດຖະກິດ ອາຊຽນ.
ນີ້ແມ່ນກອງປະຊຸມໄດ້ຮັບການຈັດຕັ້ງກ່ອນການຢ້ຽມຢາມ ໄທ ແລະ ເປັນປະທານຮ່ວມກອງປະຊຸມຄະນະລັດຖະບານ ຫວຽດນາມ - ໄທ ຄັ້ງທີ 3 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ໃນວັນທີ 23/7 ຈະມາເຖິງ.
ຊວນເຊີນ,ນັກຂ່າວVOVປະຈຳໄທ