ຫົວໂປ່ IS ຫຼາຍຄົນຢູ່ອີຣັກໜີໄປຊີຣີ

ຫົວໂປ່ IS ຫຼາຍຄົນຢູ່ອີຣັກໜີໄປຊີຣີ - ảnh 1
ທ່ານ​ລັດຖະມົນຕີ Khaled al Obeidi
(ພາບ: FAN)

(vovworld) - ວັນ​ທີ 30/7, ທ່ານ Khaled al Obeidi, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີຣັກ ​ໃຫ້​ຮູ້​ວ່າ, ມີ​ຫົວ​ໂປ່​ຂອງ​ອົງການ “ລັດ​ອິກສະ​ລາມ“ IS ອ້າງ​ຊື່​ເອງ ​ໄດ້​ໜີ​ອອກ​ຈາກ​ນະຄອນ Mosul ​ໄປ​ຍັງ ຊີຣີ ​ໃນ​ສະພາບ​ບັນດາ​ກຳລັງ ອີຣັກກະກຽມ​ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ຢູ່​ນະຄອນ​ນີ້. ທ່ານ​ລັດຖະມົນຕີ Khaled al Obeidi ​ໃຫ້​ຮູ້​ວ່າ, ມີ​ຫຼາຍ​ແຫຼ່ງຂ່າວ​ສືບ​ລາຊາ​ການ​ລັບ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງກັນລະຫວ່າງ​ບັນດາ​ພາກສ່ວນ​ຫົວ​ໂປ່​ຂອງ IS ພວມ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ເງິນ. ມີ​ຫົວ​ໂປ່ IS ຫຼາຍ​ຄົນ​ກໍ່​ຄື​ຄອບຄົວ​ບັນດາ​ມື​ປືນ IS ຢູ່ Mosul ​ໄດ້​ຂາຍ​ຊັບ​ສົມບັດ​ແລ້ວ​ໜີ​ໄປ ຊີຣີ. ຊຳ້​ບໍ່​ໜຳ​ມີ​ພາກສ່ວນ​ໜຶ່ງ​ຍັງ​ຊອກ​ຫາ​ວິທີ​ໜີ​ໄປ​ຍັງ​ເຂດ​ຊາວ​ Kurd ຢູ່ ອີຣັກ. ​ໃນ​ຫຼາຍ​ສັບປະດາ​ຜ່ານ​ມາ, ບັ້ນ​ຮົບ​ຕ້ານ IS ພວມ​ຢູ່​ໃນ​ທ່າ​ກ້າວ​ຂຶ້ນ ​ເມື່ອ​ກຳລັງ​ລັດຖະບານ ອີຣັກ ຢືດ​ໄດ້​ນະຄອນ Fullujah ​ແລະ ຢືດຄອງ​ຖານ​ທີ່​ໝັ້ນ​ທັບ​ອາກາດ​ສຳຄັນ​ຢູ່​ທາງ​ທິດ​ໃຕ້​ນະຄອນ Mosul.

 

ຂ່າວ/ບົດ​ອື່ນ