(ພາບ:baotuyenquang.com.vn)
(vovworld)- ວັນທີ 8/7, ທ່ານນາງຮ່າທິຄຽດ-ຫົວໜ້າຄະນະຂົນຂວາຍ ປຊຊ ສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງຕວຽນກວາງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮ່າທິຄຽດ ສະເໜີໃຫ້ແຂວງຕວຽນກວາງ ຈົ່ງປະຕິບັດວຽກງານໂຄສະນາ, ສຶກສາອົບຮົມເປັນປະຈຳເພື່ອໃຫ້ ປຊຊ ມີຄວາມຮັບຮູ້ກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານສາສະໜາຢ່າງຈະແຈ້ງ ຈາກນັ້ນມີຄວາມຕື່ນຕົວປະຕິບັດ. ທ່ານນາງຮ່າທິຄຽດ-ຫົວໜ້າຄະນະຂົນຂວາຍ ປຊຊ ສູນກາງ ກໍ່ຮຽກຮ້ອງລະບົບຂົນຂວາຍ ປຊຊ ແລະ ຜູ້ປະຕິບັດວຽກງານຂົນຂວາຍ ປຊຊ ຂອງແຂວງຕວຽນກວາງ ຈົ່ງເພີ່ມທະວີການຕິດພັນກັບຮາກຖານ, ໃກ້ຊິດກັບ ປຊຊ, ປ່ຽນໃໝ່ວິທີຂົນຂວາຍ ປຊຊ ຢ່າງແຮງກ່ວາອີກ ເພື່ອນຳແຜນນະໂຍບາຍ, ນະໂຍາຍຂອງພັກ, ກົດໝາຍຂອງລັດເຖິງ ປຊຊ ຢ່າງໄວວາ, ຖອດຖອນບົດຮຽນເປັນປະຈຳເພື່ອແກ້ໄຂບັນດາຂໍ້ຈຳກັດ ແລະ ຍົກສູງຄຸນນະພາບວຽກງານຂົນຂວາຍ ປຊຊ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.