ຫົວໜ້າຄະນະເສດຖະກິດສູນກາງຕ້ອນຮັບປະທານທະນາຄານ SMBC ແລະ ເອກອັກຄະລັດຖະທູດເກຼັກ

(VOVWORLD) -ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Koichi Miyata, ປະທານກຸ່ມບໍລິສັດ Sumitomo Mitsu Financial Group (SMFG) ທັງເປັນປະທານທະນາຄານ Sumitomo Corporation (SMBC) ຂອງຍີ່ປຸ່ນ.

ຫົວໜ້າຄະນະເສດຖະກິດສູນກາງຕ້ອນຮັບປະທານທະນາຄານ SMBC ແລະ ເອກອັກຄະລັດຖະທູດເກຼັກ - ảnh 1ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຕ້ອນຮັບປະທານທະນາຄານ SMBC 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ປາດຖະໜາວ່າ, ທະນາຄານ SMBC ຈະສືບຕໍ່ເຄື່ອນໄຫວຢ່າງຍາວນານ, ເປີດກວ້າງການ ຮ່ວມມື ແລະ ແບ່ງປັນບົດຮຽນກັບຫວຽດນາມ, ຜ່ານນັ້ນປະກອບສ່ວນເຂົ້າໃນການພັດທະນາຂອງລະບົບທະນາຄານຢູ່ຫວຽດນາມ ແລະ ພື້ນຖານເສດຖະກິດຫວຽດນາມ ເວົ້າລວມ.

        ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Ioannis E.Raptakis, ເອກອັກຄະລັດຖະທູດສ.ເກຼັກ ປະຈຳຫວຽດນາມ, ທ່ານ ຫງວຽນວັນບິ່ງ ສະເໜີໃຫ້ເກຼັກ ສະໜັບສະໜູນຫວຽດນາມ ຊຸກຍູ້ການພົວພັນກັບສະຫະພາບເອີລົບ (ອີຢູ), ສະໜັບສະໜູນຫວຽດນາມ ລົງນາມ ແລະ ຜັນຂະຫຍາຍສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ເປັນທາງການໂດຍໄວ. ທ່ານ ຫງວຽນວັນບິ່ງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນ ເກຼັກ ມາຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ