ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖຶອງ, ຢ້ຽມຢາມ ແລະ ອວຍພອນບັນດາສິລະປິນອາວຸໂສ ເນື່ອງໃນໂອກາດວັນເວທີການສະແດງ ຫວຽດນາມ

(VOVWORLD) - ທ່ານ ຫວໍວັນເຖື້ອງ ອວຍພອນບັນດາສິລະປິນ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ລະດົມ, ສົ່ງເສີມລູກຫຼານ ຕັ້ງໜ້າເຂົ້າຮ່ວມພັດທະນາ ພາລະກິດເທິງເວທີການສະແດງ ກໍ່ຄີືວັນນະຄະດີ ສິລະປະຂອງຊາດ.

ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖຶອງ, ຢ້ຽມຢາມ ແລະ ອວຍພອນບັນດາສິລະປິນອາວຸໂສ ເນື່ອງໃນໂອກາດວັນເວທີການສະແດງ ຫວຽດນາມ - ảnh 1 ທ່ານ ຫວໍວັນເຖຶອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ພ້ອມດ້ວຍຄະນະປະຕິບັດງານຂອງ ຄະນະໂຄສະນາສຶກສາສູນກາງ, ໄດ້ໄປຢ້ຽມຢາມເຮືອນພັກສ່ວນຕົວ ແລະ ມອບຂອງຂັວນ ໃຫ້ແກ່ສິລະປິນ ປະຊາຊົນ ເຈີ່ນຕ໋ຽນ

(ພາບ:tuyengiao.vn)

ຕອນບ່າຍວັນທີ 17 ກັນຍາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເວທີການສະແດງຫວຽດນາມ (12/8) ໄລ່ຕາມຈັນທະປະຕິທິນ, ທ່ານ ຫວໍວັນເຖຶອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ພ້ອມດ້ວຍຄະນະປະຕິບັດງານຂອງ ຄະນະໂຄສະນາສຶກສາສູນກາງ, ໄດ້ໄປຢ້ຽມຢາມເຮືອນພັກສ່ວນຕົວ ແລະ ມອບຂອງຂັວນ ໃຫ້ແກ່ສິລະປິນ ປະຊາຊົນ ເຈີ່ນຕ໋ຽນ ແລະ ສາດສະດາຈານ ສິລະປິນປະຊາຊົນ ເຈີ່ນບ໊າງ. ທ່ານ ຫວໍວັນເຖື້ອງ ອວຍພອນບັນດາສິລະປິນ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ລະດົມ, ສົ່ງເສີມລູກຫຼານ ຕັ້ງໜ້າເຂົ້າຮ່ວມພັດທະນາ ພາລະກິດເທິງເວທີການສະແດງ ກໍ່ຄີືວັນນະຄະດີ ສິລະປະຂອງຊາດ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖື້ອງ ກໍ່ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນໄປເຖິງບັນດານັກສິລະປິນທຸກທົ່ວໜ້າ ເນື່ອງໃນໂອກາດວັນເວທີການສະແດງຫວຽດນາມ, ອວຍພອນນັກສິລະປິນທົ່ວປະເທດປະສົບຜົນສຳເລັດ ແລະ ປະດິດຄິດສ້າງໃໝ່ຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ