ທ່ານພົນເອກ ໂດບ໋າຕິ້ ຕ້ອນຮັບທ່ານ Stuart Peach
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 4/11, ທີ່ການຕ້ອນຮັບທ່ານ Stuart Peach ຮອງຜູ້ບັນຊາການປ້ອງກັນຊາດສະຫະພັນລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພົນເອກກອງທັບອາກາດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 3 – 5/11, ທ່ານພົນເອກ ໂດບ໋າຕິ້ ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ສະເໜີວ່າ: 2 ຝ່າຍຄວນເອົາໃຈໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດກ່ຽວກັບການປ້ອງກັນຄວາມສະຫງົບບົນທະເລ, ຝຶກອົບຮົບບຳລຸງສ້າງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ. ທ່ານພົນເອກ ໂດບ໋າຕິ້ ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະ ກອງທັບ 2 ປະເທດໃນໄລຍະຜ່ານມາ ໄດ້ບັນລຸ ບັນດາໝາກຜົນໃດໜຶ່ງ. ໃນໄລຍະຈະມາເຖິງ 2 ຝ່າຍຄວນສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳຢ່າງມີປະສິດທິຜົນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ເຊິ່ງກະຊວງປ້ອງກັນປະເທດ ແລະ ກອງທັບ 2 ປະເທດໄດ້ລົງນາມໃນເດືອນ 11/2011. ພ້ອມກັນນັ້ນ, ກໍ່ຊຸກຍູ້ການພົວພັນແລກປ່ຽນ ກ້າວໄປເຖິງການລົງນາມບັນດາຂໍ້ຕົກລົງປະຕິບັດກ່ຽວກັບການຮ່ວມມືໃນບັນດາຂົງເຂດ ຝຶກອົບຮົມ, ບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ, ເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.