ຫ້ອງວ່າການປະທານປະເທດປະກາດໃຊ້ກົດໝາຍ ແລະ ມະຕິບາງສະບັບ

ຫ້ອງວ່າການປະທານປະເທດປະກາດໃຊ້ກົດໝາຍ ແລະ ມະຕິບາງສະບັບ - ảnh 1
ທ່ານ Dao Viet Trung, ຫົວໜ້າຫ້ອງວ່າການປະທານປະເທດ ເປັນປະທານການປະຊຸມຂ່າວ
(ພາບ: TH)

(vovworld)- ຕອນ​ເຊົ້າ​ວັນ​ທີ 16/7, ຫ້ອງ​ວ່າການ​ປະທານ​ປະ​ເທດ​ໄດ້​ຈັດການ​ປະຊຸມ​ຂ່າວ ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດກ່ຽວ​ກັບ​ກົດໝາຍ ​ແລະ ກົດໝາຍ​​ປັບປຸງ 6 ສະບັບ, ​ເຊິ່ງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ. ບັນດາ​ກົດໝາຍ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້​ນັ້ນ​ແມ່ນ: ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ, ທັງ​ສອງ​ກົດໝາຍ​ນີ້​ລ້ວນ​ແຕ່​ມີ​ຜົນ​ບັງຄັບ​ໃຊ້​​ເລີ່​ມ​ແຕ່​ວັນ​ທີ 1/5/2013​ ເປັນ​ຕົ້ນ​ໄປ. ສ່ວນ​ກົດໝາຍ​ທີ່​ຍັງ​ເຫຼືອ 4 ສະບັບ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ຊັ້ນ​ມະຫາວິທະຍາ​ໄລ; ກົດໝາຍ​ວ່າ​ດ້ວຍ​ຄ້ຳປະກັນ​ເງິນ​ຝາກ, ກົດໝາຍ​ວ່າ​ດ້ວຍ​ຕ້ານການຟອກ​ເງິນ ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳມະບານ​ສະບັບ​ປັບປຸງ ລ້ວນ​ແຕ່​ມີຜົນ​ບັງຄັບ​ໃຊ້​ເລີ່​ມ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ. ​ເມື່ອ​ທຽບ​ໃສ່​ກົດໝາ​ຍວ່າ​ດ້ວຍ​ແຮງ​ງານ​ໃນ​ປະຈຸ​ບັນ, ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ຕັ້ງໜ້າ, ​ເໝາະ​ສົມ​ກັບ​ຕົວ​ຈິງ​ກ່ຽວ​ກັບ​ອາຍຸ​ພັກ​ກິນ​ເບ້ຍ​ບຳນານ, ລະດັບ​ເງິນ​ເດືອນ​ພື້ນຖານ, ລະບອບ​ພັດ​ຜ່ອນ​ເວລາ​ຄອດ​ລູກ, ​ເງິນ​ເຮັດ​ວຽກ​ເພີ່ມ​ເວລາ. ​ແລະ ຈຳນວນ​ຊົ່ວ​ໂມງ​ເຮັດ​ວຽກ​ເພີ່ມ​ຂອງ​ຜູ້​ອອກ​ແຮງ​ງານ.

ຕອນ​ບ່າຍ​ວັນ​ຽວກັນ, ຫ້ອງ​ວ່າການ​ປະທານ​ປະ​ເທດ​ກໍ່ໄດ້​ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດກ່ຽວ​ກັບ​ກົດໝາຍ ​7 ສະບັບ ​ແລະ 2 ມະຕິ, ​ເຊິ່ງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ. ​ກົດໝາຍ​ 7 ສະບັບ​ດັ່ງກ່າວ​ລວມມີກົດໝາຍ​ວ່າ​ດ້ວຍ​ລາຄາ, ກົດໝາຍ​ວ່າ​ດ້ວຍ​ການ​ກວດກາຊັນນະສູດ ຍຸດຕິ​ທຳ, ກົດໝາຍ​ວ່າ​ດ້ວຍ​ເຜີຍ​ແຜ່, ສຶກສາ​ດ້ານ​ກົດໝາຍ; ກົດໝາຍ​ວ່າ​ດ້ວຍ​ໂຄສະນາ, ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ນ້ຳ​ສະບັບ​ປັງ​ປຸງ, ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ​ ເຊິ່ງລ້ວນ​ແຕ່​ມີຜົນ​ບັງຄັບ​ໃຊ້​ເລີ່​ມ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ; ​ແລະ ​ກົດໝາຍ​ວ່າ​ດ້ວຍ​ປັບ​ໄໝ​ລົງ​ໂທດ​ການ​ລະ​ເມີດ​ບໍລິຫານ ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 1/7/2013 ​ເປັນ​ຕົ້ນ​ໄປ. ​ສ່ວນມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍປັບ​ໄໝ​ລົງ​ໂທດ​ການ​ລະ​ເມີດ​​ບໍລິຫານ ​ແລະ ມະຕິ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ນະ​ໂຍບາຍ​ອາກອນ​ຈຳນວນ​ໜຶ່ງ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ ​ແລະ ສ່ວນ​ບຸກຄົນແມ່ນເລີ່​ມມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 21/6/2012 ​ເປັນ​ຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ