ຫາງສຽງກ່ຽວກັບໝາກຜົນຂອງການເລືອກຕັ້ງປະທານາທິບໍດີ Venezuela

ຫາງສຽງກ່ຽວກັບໝາກຜົນຂອງການເລືອກຕັ້ງປະທານາທິບໍດີ Venezuela - ảnh 1
ທ່ານປະທານາທິບໍດີ Venezuela, Hugo Chavez
(ພາບ: ອີນເຕີແນດ)

(vovworld) -     ທ່ານປະທານາທິບໍດີ Venezuela, Hugo Chavez ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຫວ່າງ​ແລ້ວ​ນີ້​ຢູ່ປະ​ເທດ​ນີ້​​. ທ່ານ Chaver ຈະ​ຮັບ​ດຳລົງ​ຕຳ​ແໜງ​ປະທານາທິບໍດີ​ອາຍຸ​ການ​ໃໝ່​ໃນ​ວັນ​ທີ 10/1/2013 ​ແລະ ຈະບໍລິຫານ​ປະ​ເທດ​ເຖິງ​ປີ 2019. ຈາກ​ນະຄອນຫຼວງ La Habana ປະ​ເທ​ດ ກູ​ຍບາ, ທ່ານ​ປະທານກູ​ຍບາ Raul Castro ​ໄດ້​ອວຍ​ພອນ​ໄຊຊະນະ​ປະຫວັດສາດ​ນີ້​ຂອງ​ທ່ານ​ປະທານາທິບໍດີ Chavez, ພ້ອມກັນ​ນັ້ນ​ກໍຢືນຢັນ​ຄວາມ​ສາມັກ​ຄີ ​ແລະ ການສະໜັບສະໜູນ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ ກູ​ຍບາ ທີ່​ສະຫງວນ​ໃຫ້​ປະ​ເທດ Venezuela. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຈີນ​ ກໍ​ອວຍ​ພອນ​​ປະທານາທິບໍດີ Venezuela, Hugo Chavez ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄືນ​ໃໝ່, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຮຸງ​ເຫຼີຍ ​ໄດ້​ຖະ​ແຫຼ​ງວ່າ ຈີນ ອວຍ​ພອນ​ປະທານາທິບໍດີ Chavez ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄືນ​ໃໝ່, ຫວັງ​ວ່າ ພາຍ​​​ໃຕ​້ການ​ນຳພາ​ຂອງ​ທ່ານ​ປະທານາທິບໍດີ Chavez​ ປະ​ເທດ Venezuela ​ຈະ​ໄດ້​ຮັບ​ຜົນງານ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດຫຼາຍ​ກວ່າ​ອີກ​, ພ້ອມ​ກັນ​ນັ້ນ​ກໍ​ຢືນຢັນ​ວ່າ ຈະ​ພັດທະນາ​ບັນດາ​ການ​ພົວພັນ​ລະຫວ່າງ​ຈີນ ​- Venezuela ​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ​ໃນ​ຂະນະ​ນັ້ນ, ຜູ້​ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ໝັ້ນຄົງ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Catherine Ashton ​ໄດ້​ອ່ວຍ​ພອນ​ທ່ານ​ປະທານ​ນາ​ທິບໍດີ Chavez ໄດ້​ຮັບ​​ເລືອກ​ຕັ້ງ​​ເປັນ​ປະທານາທິບໍດີໃນ​ອາຍຸ​ການ​ໃໝ່.

ຂ່າວ/ບົດ​ອື່ນ