ຫາງສຽງສືບຕໍ່ຊົມເຊີຍເລື່ອງຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສປຊ

ຫາງສຽງສືບຕໍ່ຊົມເຊີຍເລື່ອງຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສປຊ - ảnh 1
ສຳນັກງານ ສປຊ ຢູ່ນິວຢອກ
ພາບ:vietnam+


(vovworld)-   ເລື່ອງຫວຽດນາມກາຍເປັນສະມາຊິກສະພາສິດທິມະນຸດ ສປຊ ສືບຕໍ່​ແມ່ນ​ຫົວ​ເລື່ອງ​ທ່ີ​ປະຊາ​ຄົມ​ສາກົນ ​ແລະ ຫວຽດນາມ ສົນ​ໃຈ. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້​ຕາງຫນ້າ​ຫວຽດນາມ ປະຈຳ ສປຊ ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ຫວຽດນາມ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ​ດ້ວຍ​ບັດ​ເຫັນ​ດີ​ຫລາຍ​ສຸດ ແມ່ນການ​ສະ​ແດງ​​ໃຫ້​ເຫັນ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ​ຂອງ​ສາກົນ​ສຳລັບ​ຜົນງານ​ຮອບດ້ານ​ກ່ຽວ​ກັບ​ການ​ປ່​ຽນ​ແປງ​ໃຫມ່​ຂອງ​ຫວຽດນາມ. ​ໃນ​ຂະນະ​ນັ້ນ ທ່ານ ​ເຈືອງ​ຈ້ອງ​ເຫງ໋ຍ, ຮອງ​ຫົວຫນ້າ​ຄະນະ​ທະນາຍຄວາມ​ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ: ດ້ວຍ​ບັດ​ສະຫນັບສະຫນູນ​ຫລາຍ​ສຸດ, ທ່ານ​ເຊື່ອ​ໝັ້ນ​ວ່າ ​ໂລກ​ມີ​ເຫດຜົນ​ອັນ​ຊອບ​ທຳ​ເພື່ອ​ເລືອກ​ເຟັ້ນຫວຽດນາມ​ເຂົ້າ​ເປັນ​ສະມາ​ຊິກ​ສະພາ​ສິດທິ​ມະນຸດ ສປຊ.  ສ່ວນ​ທ່ານ Chuck Searcy, ທະຫານ​ຜ່ານ​ເສີກ​ອາ​ເມ​ລິ​ກາ ດຳລົງ​ຊີວິດ​ຢູ່ ຫວຽດນາມ ​ແຕ່​ປີ 1995 ຖືວ່າ: ພ້ອມ​ກັບ​ເລື່ອງ​ຫວຽດນາມ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ,  ລັດຖະບານ​ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້​ການ​ປົກ​ປ້ອງ​ບັນດາ​ສິດທິ​ມະນຸດ​ພື້ນຖານ​ທີ່​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ ຫວຽດນາມ.

ຂ່າວ/ບົດ​ອື່ນ