ຫາງສຽງສື່ມວນຊົນກ່ຽວກັບການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ຫາງສຽງສື່ມວນຊົນກ່ຽວກັບການຢ້ຽມຢາມອາເມລິກາຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
(ພາບປະ​ກອບ)

(vovworld) - ວັນ​ທີ 6/7, ບັນດາ​ໜັງສືພິມ​ໃຫຍ່​ຂອງ​ຫວຽດນາມ ​ໄດ້​ໃຫ້​ຫຼາຍ​ຂ່າວ ​ແລະ ບົດ​ກ່ຽວ​ກັບ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ບົດ​ນຳ “ນຳ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫວຽດນາມ - ອາ​ເມ​ລິ​ກາ ​ເຂົ້າ​ໄລຍະ​ພັດທະນາ​ໃໝ່“ ຂອງ​ໜັງສືພິມ​ເຍິນ​ເຢີ​ນ, ກະບອກສຽງ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ເຫດການ​ສຳຄັນ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມມູນິດ​ຫວຽດນາມ ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ.

        ສ່ວນ​ບົດ​ນຳ​ຂອງ​ໜັງສືພິມ​ກວນ​ໂດ້ຍ​ເຍິນ​ເຢີ​ນ, ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ“ ກໍ່​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຂອງ​​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ໃນ 20 ປີ​ທີ່​ຜ່ານ​ມາ ​ແລະ ກຳນົດ​ທິດ​ທາງ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ຊຸກຍູ້​ການ​ຮ່ວມ​ມື​​ທຸກ​ດ້ານລະຫວ່າງສອງ​ຝ່າຍ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເລິກ​ເຊິ່ງຂຶ້ນ​ຕື່ມ.

        ສື່​ມວນ​ຊົນ​ອາ​ເມ​ລິ​ກາ ​ແລະ ສາກົນ​ກໍ່​ໃຫ້​ຫຼາຍ​ຂ່າວ, ບົດ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ​​ ເນື່ອງໃນ​ໂອກາດ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

        ສຳນັກ​ຂ່າວສານ AP ຂອງ​ອາ​ເມ​ລິ​ກາ ຢືນຢັນ​ວ່າ, ການ​ຮ່ວມ​ມື​ທາງ​ດ້ານ​​ເສດຖະກິດ​ແມ່ນ​ເສົາ​ຄຳ້​ຕົ້ນຕໍ​ໃນ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ກ່ອນ​ນີ້ 20 ປີ ​ແລະ ນີ້​ແມ່ນ​ບຸລິ​ມາ​ສິດ​ຂອງ​ສອງ​ປະ​ເທດ​ເພື່ອ​ຊຸກຍູ້​ການ​ພົວພັນ​ໃນ​ໄລຍະ​ປະຈຸ​ບັນ.

        ສຳນັກ​ຂ່າວສານ AFP ຂອງຝລັ່ງ ກໍ່​ໃຫ້​ຂ່າວ​ວ່າ, ນັບ​ແຕ່​ປີ 1995, ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ອາ​ເມ​ລິ​ກາ - ຫວຽດນາມ ​ໄດ້​ເພີ່ມ​ຈາກ 451 ລ້ານ USD ຂຶ້ນ 35 ຕື້ USD ​ໃນ​ປີ​ກາຍ​ນີ້. ປະຈຸ​ບັນ, ຫວຽດນາມ ​ໄດ້​ລື່ນ​ກາຍ​ມາ​ເລ​ເຊຍ ​ແລະ ​ໄທ, ກາຍ​ເປັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ສົ່ງ​ອອກ​​ແຖວ​ໜ້າ​ເຖິງ​ອາ​ເມ​ລິ​ກາ.

        ດ້ວຍ​ຫົວ​ຂໍ້​ວ່າ: “ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ມີ​ການ​ຢ້ຽມຢາມ​ທີ່​ເປັນ​ບາດ​ລ້ຽວ​ເຖິງ​ອາມ​ລິ​ກາ“, ສຳນັກ​ຂ່າວສານ Reuters ຂອງ​ອັງກິດ, ​ເນັ້ນ​ໜັກ​ວ່າ, ຫວ່າງ​ແລ້ວ​ນີ້​ໄດ້​ມີ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ຫຼາຍ​ທ່ານ​ໄປ​ຢ້ຽມຢາມ​ຫວຽດນາມ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ໜັງສືພິມ Asahi ຂອງ​ຍີ່ປຸ່ນ ກໍ່​ມີ​ບົດ​ຂຽນ​ກ່ຽວກັບສາຍພົວພັນ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ​ໃນ​ນັ້ນ​ຢືນຢັນ​ວ່າ, ສອງ​ປະ​ເທດ​ພວມ​ຊອກ​ຫາ​ວິທີ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື.

        ສຳນັກ​ຂ່າວສານຊິນ​ຮວາ​ຂອງ​ຈີນ ກໍ່​ໃຫ້​ຂ່າວ ກ່ຽວ​ກັບ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ສື່ສານ​ຂອງ​ຫຼາຍ​ປະ​ເທດ​ຄື: ​ໄທ, ສິງກະ​ໂປ, ຟີ​ລິບ​ປິນ, ກຳປູ​ເຈຍ… ກໍ່​ຄັດ​ສະ​ເໜີ​ບົດ​ຂຽນ​ຂອງ ສຳນັກ​ຂ່າວສານ AP, AFP ກ່ຽວ​ກັບ ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.


ຂ່າວ/ບົດ​ອື່ນ