ຫາງ​ສຽງ​ສາ​ກົນ​ຕໍ່​ການ​ຊ່ວງ​ເສັງ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ ຜູ້​ສະ​ໝັກ​ເລືອກ​ຕັ້ງ Joe Biden

(VOVWORLD) -ໃນຈຸດເວລາທີ່ຜົນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ຍັງບໍ່ທັນໄດ້ປະກາດເທື່ອ, ວັນທີ 4 ພະຈິກ, ການນຳຫຼາຍປະເທດ ໄດ້ສະແດງທັດສະນະກ່ຽວກັບເຫດການການເມືອງສຳຄັນ ຂອງ ອາເມລິກາ. 
ຫາງ​ສຽງ​ສາ​ກົນ​ຕໍ່​ການ​ຊ່ວງ​ເສັງ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ແລະ ຜູ້​ສະ​ໝັກ​ເລືອກ​ຕັ້ງ Joe Biden - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ Joe Biden (ພາບ: NBC News) 

ກ່າວຄຳເຫັນຕໍ່ຜູ້ສະໜັບສະໜູນ ຢູ່ນອກທຳນຽບປະທານາທິບໍດີ ຢູ່ນະຄອນຫຼວງ Brasilia, ທ່ານປະທານາທິບໍດີ ບຣາຊິນ Jair Bolsonaro ໃຫ້ຮູ້ວ່າ ທ່ານຫວັງວ່າ ທ່ານ ປະທານາທິບໍດີ Donald Trump ຈະຍາດໄດ້ໄຊຊະນະ. ທ່ານກ່າວວ່າ: “ຂ້າພະເຈົ້າມີສາຍພົວພັນອັນດີງາມກັບທ່ານ Donald Trump. ຂ້າພະເຈົ້າຫວັງວ່າ ທ່ານ Donald Trump ຈະໄດ້ຮັບການເລືອກຕັ້ງຄືນໃໝ່”.

        ໃນຂະນະນັ້ນ, ຢູ່ ເອີີຣົບ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ເນັ້ນໜັກວ່າ ການພົວພັນອັນແໜ້ນແຟ້ນກັບ ອາເມລິກາ ພວມໄດ້ຮັບການຮັບປະກັນ ບໍ່ວ່າຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາກໍຕາມ, ຢູ່ ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ Heiko Maas ໄດ້ເລັ່ງລັດໃຫ້ບັນດານັກການເມືອງ ອາເມລິກາ ຊ່ວຍຮັກສາ “ຄວາມໄວ້ເນື້ອເຊື່ອໃຈ” ຕໍ່ລະບົບການເລືອກຕັ້ງ.

        ສ່ວນຢູ່ ເມັກຊີໂກ, ທ່ານປະທານາທິບໍດີ Andres Manuel Lopez Obrador  ໃຫ້ຮູ້ວ່າ ບໍ່ມີການສະແດງຄຳຄິດເຫັນໃດກ່ຽວກັບການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈົນຮອດເວລາປະກາດຜົນການນັບບັດສຸດທ້າຍ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ