ຫຼາຍປະເທດຄັດຄ້ານກົນອຸບາຍບຸກໂຈມຕີບັນດາລະບອບປະຊາທິປະໄຕຢູ່ ບຣາຊິນ

(VOVWORLD) - ເມື່ອແບ່ງປັນໃນສື່ສັງຄົມ Twitter, ທ່ານ Gustavo Petro, ປະທານາທິບໍດີ Colombia ກ່າວປະນາມເລື່ອງ “ລັດທິ ຟາດຊິດ ມີເຈດຕະນາຕາມລົມກໍ່ລັດຖະປະຫານ”...
ຫຼາຍປະເທດຄັດຄ້ານກົນອຸບາຍບຸກໂຈມຕີບັນດາລະບອບປະຊາທິປະໄຕຢູ່ ບຣາຊິນ - ảnh 1ຜູ້ສະໜັບສະໜູນທ່ານອະດີດປະທານາທິບໍດີ Jair Bolsonaro ທີ່ສຳນັກງານປະທານາທິບໍດີ ໃນວັນທີ 8 ມັງກອນ 2023
(ພາບ: AFP/TTXVN)

ວັນທີ 8 ມັງກອນ, ການນຳຫຼາຍປະເທດຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ໂລກໄດ້ອອກສຽງສະໜັບສະໜູນທ່ານປະທານາທິບໍດີ ບຣາຊິນ Luis Inacio Lula da Silva ພາຍຫຼັງເລື່ອງບັນດາຜູ້ສະໜັບສະໜູນ ທ່ານອະດີດປະທານາທິບໍດີ Jair Bolsonaro ໄດ້ທຳການບຸກໂຈມຕີສຳນັກງານສະພາແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ບັນດາອົງການບໍລິຫານຕິຢູ່ນະຄອນຫຼວງ Brasilia ໃນວັນດຽວກັນ, ບັນດາການກະທຳໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ປະຕິບັດກົນອຸບາຍກໍ່ລັດຖະປະຫານ ແລະ ສະກັນກັ້ນບັນດາການເຄື່ອນໄຫວຂອງອຳນາດການປົກຄອງຊຸດໃໝ່ທີ່ຫາກໍ່ສາບານຕົວດຳລົງຕຳແໜ່ງ.

        ເມື່ອແບ່ງປັນໃນສື່ສັງຄົມ Twitter, ທ່ານ Gustavo Petro, ປະທານາທິບໍດີ Colombia ກ່າວປະນາມເລື່ອງ “ລັດທິ ຟາດຊິດ ມີເຈດຕະນາຕາມລົມກໍ່ລັດຖະປະຫານ”, ພ້ອມທັງຖືວ່າ, ຝ່າຍຂວາຈັດຫົວຮຸນແຮງຢູ່ ບຣາຊິນ ບໍ່ສາມາດຮັກສາສົນທິສັນຍາບໍ່ໃຊ້ຄວາມຮຸນແຮງ.

        ທ່ານປະທານາທິບໍດີ ຈີເລ Gabriel Boric ຖືວ່າ: ບັນດາການເຄື່ອນໄຫວບຸກໂຈມຕີ 3 ອົງການທີ່ມີສິດອຳນາດແຫ່ງລັດ ຢູ່ ບຣາຊິນ ແມ່ນ “ບໍ່ອາດຍອມຮັບໄດ້”, ເຊິ່ງລະເມີດບັນດາຫຼັກການປະຊາທິປະໄຕ.

          ທ່ານ Charles Michel, ປະທານສະພາ ເອີລົບ ໄດ້ກ່າວປະນາມການກະທຳບຸກໂຈມຕີບັນດາລະບອບປະຊາທິປະໄຕຢູ່ ບຣາຊິນ, ພ້ອມທັງເນັ້ນໜັກວ່າ ທ່ານ Lula da Silva ໄດ້ຮັບການເລືອກຕັ້ງຢ່າງມີປະຊາທິປະໄຕ ຜ່ານການປ່ອນບັດທີ່ຍຸຕິທຳ ແລະ ເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ