ຫຼາຍປະເທດຈັດຕັ້ງສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດ ປະທານໂຮ່ຈິມິນ

ຫຼາຍປະເທດຈັດຕັ້ງສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດ ປະທານໂຮ່ຈິມິນ - ảnh 1
ທ່ານ​ນາງ ​ເຈີ​ນ​ແທງ​ເຕີມ, ຜູ້​ຕາງໜ້າ​ສະຖານທູ​ດຫວຽດ​ນາມ​ປະຈຳ​ໄທ
ເຂົາຮ່ວມພິທີ​ຖະຫວາຍ​ທູບທຽນອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ
(ພາບ: nguoixunghekiev.vn)


(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 18 – 19/05, ຢູ່​ຫຼາຍ​ປະ​ເທດ​​ໃນ​ໂລກໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​​ແທດ​ຈິ​ງ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ (19/05/1890 – 19/05/2013). ທີ່​ສະຫະພັນ​ລັດ​ເຊຍ, ຕອນ​ເຊົ້າ​ວັນ​ທີ 19/05, ສະຖານທ​ູດຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ ​ໄດ້ຈັດ​ພິທີຖະຫວາຍ​ດອກ​ໄມ້​ຢູ່ອະນຸສາວະລີປະທານ​ໂຮ່ຈິ​ມິນ ຢູ່​ນະຄອນຫຼວງ​ມົດສກູ. ​ແລະ​ກໍ​ໃນ​ວັນ​ດ່ຽວ​ກັນ, ສະຖານທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ​ແລະ 65 ປີ​ແຫ່ງ​ວັນ​ແຂ່ງ​ຂັນຮັກ​ຊາດທີ່​ເປັນ​ມູນ​ເຊື້ອ (11/06/1948 – 11/06/2013). ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ເລຂາ​ຄະນະ​ພັກ​ສະຖານທູດ​ຫວຽດນາມ ​ປະຈຳມາ​ເລ​ເຊຍ ຫງວຽນ​ຮົ່ງ​ເຟືອງ ຊີ້​​ແຈ້ງ​ຄວາມ​ໝາຍ​ຂອງ​ພິທີສະ​ເຫຼີມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ພ້ອມ​ທັງທົບ​ທວນ​ຄືນ​ບັນດາ​ການ​ເຄື່ອນ​ໄຫ​ວຂອງບັນດາ​ໜ່ວຍ​ພັກ​ໃນ​ການ​ຍູ້​ແຮງ​ບັ້ນຂົນຂວາຍ “ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ”. ວັນ​ທີ 18/05 ຢູ່​ນະຄອນ Ratnaptra ປະ​ເທດ ສີ​ລັງ​ກາ ກໍ່​ຈັດ​ພິທີສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ​ເຊັ່ນ​ກ່ຽວ​ກັນ.

        ວັນ​ທີ 19/05, ປະຊາຊົນ​ຊາວ​ຫວຽດນາມອາ​ໄສ​ຢູ່​ໄທ ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບທຽນອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ຢູ່​ແຂວງ​ ນາ​ຄອນ ພາ​ນົ້ມ. ທີ່​ພິທີ, ທ່ານ​ນາງ ​ເຈີ​ນ​ແທງ​ເຕີມ, ຜູ້​ຕາງໜ້າ​ສະຖານທູ​ດຫວຽດ​ນາມ​ປະຈຳ​ໄທ ​ໃຫ້​ຮູ້​ວ່າ ບ້ານ​ມິດຕະພາບ​ໄທ - ຫວຽດນາມ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຕະຫຼອດ 10 ປີຜ່ານມາ ພ້ອມ​ກັບ​ການວາງສະ​ແດງ​ວັດຖຸພັນ​ກ່ຽວ​ກັບ​ສ່ວນ​ໜຶ່ງ​​ໃນ​ຊີວິດ​ການ​ເຄື່ອນ​ໄຫວຂອງ​ປະທານ​​ໂຮ່ຈິ​ມິນ ຢູ່​ໄທ ​ໄດ້​ກ່າຍ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ທ່ານ​ນາງ​ເຈີ​ນແທງ​ເຕີມ ​ເວົ້າ​ວ່າ.

          “ນ້ຳ​ໃຈ ​ແລະ ອະນຸສອນ​ຢ່າງ​ເລີກ​ເຊິ່ງກ່ຽວ​ກັບປະ​ທານ​ໂຮ່ຈິ​ມິນ ຍາມ​ໃດ ລັດຖະບານ ​ແລະ ປະຊາຊົນ​ໄທ ​ກໍເຄົາລົບນັບຖື, ຮັກສາ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງ, ​ໃຫ້ເປັນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໄທ ຄື​ປະຈຸ​ບັນ”.

ຂ່າວ/ບົດ​ອື່ນ