ຫຼາຍປະເທດຮັດແໜ້ນມາດຕະການສະກັດກັ້ນຊາວອົບພະຍົບ

ຫຼາຍປະເທດຮັດແໜ້ນມາດຕະການສະກັດກັ້ນຊາວອົບພະຍົບ - ảnh 1
ຊາບອົບພະຍົບຢູ່ ໂອຕຣິດ (ພາບ:ສຳນັກຂ່າວສານຊິນຮວາ/TTXVN)

(vovworld) – ​ແບນ​ຊິກ ຕັດສິນ​ໃຈ​ນຳ​ໃຊ້​ມາດ​ຕະການ​ຄວບ​ຄຸມ​ຢູ່​ເຂດ​ຊາຍ​ແດນ ຕິດກັບ ຝຣັ່ງ ​ແຕ່​ວັນ​ທີ 24/2, ພ້ອມ​ທັງ​ດຳ​ເນີນ​ການ​ລາ​ດຕາ​ເວນ​ຢູ່​ທີ່​ນີ້. ມາ​ຮອດ​ຈຸດ​​ເວລານີ້, ມີ 9 ປະ​ເທດ​ໃນ​ພາກ​ພື້ນ​ສາມາດ​ໄປມາ​ຢ່າງ​ເສລີ​ຢູ່ Schengen ຕ້ອງ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ຄືນ​ໃໝ່​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ພາ​ຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2. ທ່ານ​ລັດ​ຖະມົນຕີ​ກະຊວງ​ພາຍ​ໃນ ​ແບນ​ຊິກ Jan Jambon ​ໃຫ້​ຮູ້​ວ່າ: ມາດ​ຕະການຄວບ​ຄຸມ​ບໍ່​ໄດ້​ຮັບ​ການ​ດຳ​ເນີນ​ລຽບ​ຕາມ​ເສັ້ນ​ສາຍ​ແດນ​ລະຫວ່າງ ​ຝຣັ່ງ ​ແລະ ​ແບນ​ຊິກ, ຫາກ​ພຽງ​ແຕ່​ຢູ່​ເຂດ​ໃກ້​ຄຽງ​ກັບ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ເໜືອ.

        ​ໃນ​ສະພາບ​ການ​ກ່ຽວຂ້ອງ​, Slovenia ຖະ​ແຫຼ​ງຈະ​​ຄວບ​ຄຸມ​ເຂດ​ຊາຍ​ແດນ​ຢ່າງ​ເຄັ່ງຄັດຖ້າ​ຫາກ​ຂໍ້​ກຳນົດ​ກ່ຽວ​ກັບການ​ອົບ​ພະຍົບຂອງ ​ເອີ​ລົບ ບໍ່​ໄດ້​ຮັບ​ການ​ປະຕິບັດ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ລັດຖະບານ ຮູ​ງກາຣີ ​ໄດ້​ຍື່ນ​​ໃນ​ຄຳຮ້ອງ​ເຖິງກຳມາ​ທິການ​ເລືອກ​ຕັ້ງ​ສູນ​ກາງ​ປະ​ເທດ​ນີ້​ເພື່ອ​ສະ​ເໜີດຳ​ເນີນ​ການ​ລົງ​ປະຊາ​ມະ​ຕິ​ກ່ຽວ​ກັບ​ເລື່ອງ: ປະຊາຊົນ​ຈະ​ເຫັນ​ດີ​ຕ້ອນຮັບ​ຈຳ​ນວນຊາວ​ອົບ​ພະຍົບ​ເຊິ່ງສະຫະພາບ​ເອີ​ລົບ (EU) ຈັດ​ແບ່ງ​ໃຫ​້ຫຼື​ບໍ່​?

        ທີ່​ກອງ​ປະຊຸມ​ຂອງ​ບັນດາ​ປະ​ເທດ Balkan ຕາ​ເວັນ​ຕົກ ກ່ຽວ​ກັບ​ບັນຫາ​ຊາວອົບ​ພະຍົບ ​ໃນ​ວັນ​ທີ 24/2 ຢູ່​ວຽນ, ປະ​ເທດ ​ໂອ​ຕລິດ, ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ເລື່ອງ​ສືບ​ຕໍ່​ຫລຸ​ດຜ່ອນ​ຈຳນວນ​ຊາວ​ອົບ​ພະຍົບ ​ແລະ ຜູ້​ຫລີກ​ໄພທີ່​ຈະ​ຮັບ​ເຂົ້າ​ເຂດ Balkan.


ຂ່າວ/ບົດ​ອື່ນ