ຫ໋າຍ​ຟ່ອງ​ຄວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໃຫ້​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ຕອນເຊົ້າວັນທີ 9 ກຸມພາ, ຢູ່ນະຄອນ ຫ໋າຍຟ່ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ ເຮັດວຽກກັບຄະນະປະຈຳພັກນະຄອນ ຫ໋າຍຟ່ອງ.

ຫ໋າຍ​ຟ່ອງ​ຄວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໃຫ້​ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ປີ 2022, ຫ໋າຍຟ່ອງ ຈະສຸມໃສ່ປະຕິບັດເປົ້າໝາຍຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນສຸຂະພາບໃຫ້ປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ພ້ອມທັງຍູ້ແຮງການປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຮັກສາການເຄື່ອນໄຫວ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດ, ເພີ່ມທະວີການໝູນໃຊ້ວິທະຍາສາດ ເຕັກໂນໂລຢີ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ…

ໂດຍເຫັນດີເປັນເອກະພາບຕໍ່ບັນດາແຜນການ, ໜ້າທີ່ຈຸດສຸມນີ້ຂອງນະຄອນຫ໋າຍຝ່ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ ທາງນະຄອນ ຜັນຂະຫຍາຍບັນດາໂຄງການ, ແຜນການທີ່ໄດ້ວາງອອກ ຢ່າງມີປະສິດທິຜົນ ດ້ວຍຈິດໃຈຂ້ຽວຂາດ, ຮີບເຮັ່ງ, ສືບຕໍ່ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງວ່າດ້ວຍການກໍ່ສ້າງ ແລະ ພັດທະນານະຄອນຫ໋າຍຝ່ອງຈົນຮອດປີ 2030, ວິໄສທັດຮອດປີ 2045 ແລະ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍບາງກົນໄກ, ນະໂຍບາຍພິເສດໃຫ້ແກ່ຫ໋າຍຝ່ອງ…

ແລະກໍ່ໃນວັນດຽວກັນ, ຢູ່ເຂດອຸດສາຫະກຳ ນາມດິ່ງຫວູ, ເມືອງຫ໋າຍອານ, ນະຄອນຫ໋າຍຟ່ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງງານຜະລິດທາດໜຽວລະລາຍຊີວະວິທະຍາPBAT ຂອງ ກຸ່ມບໍລິສັດ ອານຟາດ Holdings.

ຕອບກັບ

ຂ່າວ/ບົດ​ອື່ນ