ຫ໋າຍ​ເຢືອງ - ຫ໋າຍ​ຝ່ອງ - ກ໋​ວາງ​ນິງ: ແບ່ງ​ປັນ - ເຫັນ​ດີ​ເຫັນ​ພ້ອມ - ພ້ອມ​ກັນ​ພັດ​ທະ​ນາ”

(VOVWORLD) -ຫ໋າຍເຢືອງ, ກ໋ວາງນິງ ພ້ອມກັບບັກຢາງ ໄດ້ເຫັນດີເປັນເອກະພາບຮ່ວມມືຍູ້ໄວຄວາມຄືບໜ້າສ້າງສຳເລັດເອກະສານວິທະຍາສາດ ເຂດມໍລິດົກ ແລະ ປູຊະນີຍະສະຖານ ອຽນຕື - ກົນເຊີນ, ກຽບບາກ, ກ໋ວາງນິງ ແລະ ຫ໋າຍຝ່ອງ ສົມທົບກັນສະເໜີ ມໍລະດົກອ່າວຮະລອງ - ກາດບ່າ ຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ ຮັບຮອງເອົາເປັນມໍລະດົກໂລກ.
ຫ໋າຍ​ເຢືອງ - ຫ໋າຍ​ຝ່ອງ - ກ໋​ວາງ​ນິງ: ແບ່ງ​ປັນ - ເຫັນ​ດີ​ເຫັນ​ພ້ອມ - ພ້ອມ​ກັນ​ພັດ​ທະ​ນາ” - ảnh 1ການນຳ 3 ແຂວງ ລົງນາມເອກະສານຮ່ວມມື 

ວັນທີ 13 ມີນາ, ຢູ່ແຂວງຫ໋າຍເຢືອງ, ໄດ້ດຳເນີນກອງປະຊຸມຮ່ວມມືລະຫວ່າງ 3 ທ້ອງຖິ່ນ ຫ໋າຍເຢືອງ, ຫ໋າຍຝ່ອງ ແລະ ກ໋ວາງນິງ ໃນໄລຍະ 2022 – 2025. ໂດຍແມ່ນແຂວງຕິດກັບເຂດເສດຖະກິດຈຸດສຸມທາງພາກເໜືອ, ໃນໄລຍະຈະມາເຖິງ, 3 ແຂວງ, ນະຄອນ ຫ໋າຍເຢືອງ, ຫ໋າຍຝ່ອງ, ກ໋ວາງນິງ ໄດ້ເຫັນດີເປັນເອກະພາບຕໍ່ຫຼັກການ “ແບ່ງປັນ - ເຫັນດີເຫັນພ້ອມ - ພ້ອມກັນພັດທະນາ” ແລະ ສືບຕໍ່ຢັ້ງຢືນທີ່ຕັ້ງເປັນກຳລັງໜູນໃນການເຕີບໂຕຂອງເຂດ, ຂອງຂົງເຂດ. ການສົມທົບກັນຢ່າງເປັນເຈົ້າການຜັນຂະຫຍາຍຍຸດທະສາດ “ຮັບມືຢ່າງປອດໄພມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”, ພື້ນຖານໂຄງລ່າງຄົມມະນາຄົມຍັງແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືຈຸດສຸມ (ນັບທັງທາງບົກ, ທາງນ້ຳ, ທາງລົດໄຟ), ໃນນັ້ນໃຫ້ບຸລິມະສິດເຊື່ອມຕໍ່ບັນດາເຂດການຄ້າເສລີ, ເຂດເສດຖະກິດ, ເຂດອຸດສາຫະກຳ...

ພ້ອມກັນນັ້ນ, ບັນດາສາຍທ່ອງທ່ຽວຕາມເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫ໋າຍຝ່ອງ ແລະ ຕາມເຂດວັດທະນະທຳລວມ ໄດ້ຮັບການສ້າງຕັ້ງກາຍເປັນລະບົບຜະລິດຕະພັນທ່ອງທ່ຽວ, ຮ່ວມມືໂຄສະນາສົ່ງເສີມ, ເຊື່ອມຕໍ່ລະຫວ່າງວິສາຫະກິດ... ຫ໋າຍເຢືອງ, ກ໋ວາງນິງ ພ້ອມກັບບັກຢາງ ໄດ້ເຫັນດີເປັນເອກະພາບຮ່ວມມືຍູ້ໄວຄວາມຄືບໜ້າສ້າງສຳເລັດເອກະສານວິທະຍາສາດ ເຂດມໍລິດົກ ແລະ ປູຊະນີຍະສະຖານ ອຽນຕື - ກົນເຊີນ, ກຽບບາກ, ກ໋ວາງນິງ ແລະ ຫ໋າຍຝ່ອງ ສົມທົບກັນສະເໜີ ມໍລະດົກອ່າວຮະລອງ - ກາດບ່າ ຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ ຮັບຮອງເອົາເປັນມໍລະດົກໂລກ. ທ່ານ ຫງວຽນຊວັນກີ, ເລຂາພັກແຂວງ ແຂວງກ໋ວາງນິງ ຢັ້ງຢືນວ່າ:

ໃນການຮ່ວມມືລະຫວ່າງເຂດຂອງ ຫ໋າຍຝ່ອງ, ຫ໋າຍເຢືອງ ແລະ ກ໋ວາງຍິງ ຍັງໃຫ້ບູລິມະສິດໃຫ້ການສືບຕໍ່ເຊື່ອມຕໍ່ ເພື່ອປະຕິບັດສຳເລັດລະບົບພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ຮັບປະກັນການເຊື່ອມຕໍ່ສັງລວມຢ່າງຄົບຊຸດ, ຊຸກຍູ້ການເຊື່ອມຕໍ່ເຂດ, ພາຍໃນເຂດ, ຫັນເປັນການຮ່ວມມືດິນຕໍ່ແຜ່ນ. ທີ 2 ແມ່ນສືບຕໍ່ສຸມໃສ່ຢ່າງຖືກຕ້ອງຕາມລະດັບໃຫ້ແກ່ການເຊື່ອມຕໍ່ເພື່ອພັດທະນາວັດທະນະທຳສັງຄົມ ແລະ ມະນຸດ, ເໝາະສົມກັບບັນດາຄຸນຄ່າວັດທະນະທຳ ແລະ ປະຫວັດສາດທີ່ມີຢູ່ແລ້ວຂອງ 3 ເຂດດິນແດນ. ທີ 3 ແມ່ນເຊື່ອມຕໍ່ເພື່ອເຊື່ອມຕໍ່ພູມປັນຍາ, ແບ່ງປັນເພື່ອພັດທະນາເສດຖະກິດດີຈີຕອນຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ