ພາບປະກອບ:internet
|
(vovworld)- ວັນທີ 15/7, ກະຊວງວັດທະນະທຳ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລ La Plata ຂອງ ອັກຊັງຕີນ ໄດ້ຈັດຕັ້ງພິທີອອກສະເຫນີຕົວປື້ມຄັດເລືອກບັນດາບົດຂຽນທີ່ໄດ້ຮັບລາງວັນໃນການເສັງຊອກຮູ້ກ່ຽວກັບອາຊຽນ ໄລຍະ 2013-2014 ຢູ່ບັນດາມະຫາວິທະຍາໄລ ອັກຊັງຕີນ. ປື້ມຫົວນີ້ຈະປະກອບສ່ວນເຂົ້າໃນການປັບປຸງການພົວພັນຮ່ວມມືລະຫວ່າງ ອັກຊັງຕີນ ແລະ ບັນດາປະເທດ ອາຊຽນ ໃນອະນາຄົດ.
ກ່າວຄຳເຫັນທີ່ພິທີ, ເອກອັກຄະລັດຖະທູດ ອັກຊັງຕີນ ຫງວຽນດີງທາວ ເນັ້ນຫນັກວ່າ: ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ຢູ່ ອັກຊັງຕີນ ມີຄວາມເຂົ້າໃຈແຈ້ງກ່ຽວກັບອາຊຽນ ກໍຄືບັນດາປະເທດສະມາຊິກອາຊຽນ ກວ່າ. ທ່ານ ຫງວຽນດີງທາວ ຢືນຢັນ ປື້ມຫົວນີ້ຈະນຳມາເຊິ່ງຜູ້ອ່ານ ການສັງເກດຮອບດ້ານ, ເລິກເຊິ່ງກ່ຽວກັບອາຊຽນ.