(VOVWORLD) - ວັນທີ 03 ມີນາ, ອາເມລິກາ ໄດ້ປິດປະຕູບັນດາສະຖານທູດປະຈຳ ອາຣັບບິ ຊະອຸດິ ແລະ ກູເວດ ພ້ອມທັງຮຽກຮ້ອງໃຫ້ພົນລະເມືອງ ອາເມລິກາ ອອກຈາກຕາເວັນອອກກາງໃນທັນທີ ໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ ສືບຕໍ່ເຄັ່ງຕຶງຂຶ້ນ.
ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນສະພາບການ ວັນທີ 28 ກຸມພາ, ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີ ອີຣານ ເຮັດໃຫ້ຜູ້ນຳສູງສຸດ Ayatollah Ali Khamenei ແລະ ເຈົ້າໜ້າທີ່ຂັ້ນສູງນັບສິບຄົນຂອງ ອີຣານ ເສຍຊີວິດ.
ໃນຂະນະນັ້ນ, ຕອນຄ່ຳວັນທີ 03 ມີນາ (ຕາມເວລາທ້ອງຖິ່ນ) ຖະແຫຼງການຂອງກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ ໃຫ້ຮູ້ວ່າ ໄດ້ປະຕິບັດບັ້ນຍິງລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຂັບ (UAV) ເຕີມອີກເລັ່ງໃສ່ ອິດສະຣາແອັນ.
ກະຊວງປ້ອງກັນປະເທດ ອີຣານ ກໍຖະແຫຼງວ່າ ປະເທດນີ້ ກຽມພ້ອມໃຫ້ແກ່ບັ້ນຮົບທີ່ຍາວນານກັບ ອາເມລິກາ ແລະ ອິດສະຣາແອັນ ແລະ ຢັ້ງຢືນວ່າ ເຕເຮຣານ ຍັງບໍ່ທັນນຳໃຊ້ອາວຸດປະເພດທັນສະໄໝທີ່ສຸດຂອງຕົນ.
ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ