(vovworld) - ກອງປະຊຸມສຳມະນາ “ກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນຫວຽດນາມ - ອັງກິດ” ໄດ້ຖືກຈັດຂຶ້ນຢູ່ລອນດອນ ໃນວັນທີ 14/8, ໂດຍສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອາຍແລນເໜືອ ສົມທົບກັບສະມາຄົມດຳເນີນທຸລະກິດອັງກິດ - ອາຊຽນ (UKABC) ຈັດຕັ້ງຂຶ້ນ, ເນື່ອງໃນໂອກາດຄະນະປະຕິບັດງານຂອງນະຄອນຮ່າໂນ້ຍ ໂດຍທ່ານຮອງປະທານຄະນະກຳມະການປະຊາຊົນ Nguyen Huy Tuong ນຳໜ້າ ໄປຢ້ຽມຢາມອັງກິດ. ທີ່ກອງປະຊຸມສຳມະນາ, ທ່ານ Paul Smith, ຜູ້ອຳນວຍການບໍລິສັດ Harvey Nash, ທີ່ສະໜອງການບໍລິການຊອບແວວດ້ວຍ 100% ເງິນລົງທຶນຂອງອັງກິດ, ທີ່ພວມເຄື່ອນໄຫວຢູ່ຫວຽດນາມ, ໄດ້ສົ່ງເສີມບັນດາວິສາຫະກິດອັງກິດ ຊອກຫາກາລະໂອກາດທຳມະຫາກິນຢູ່ຫວຽດນາມ ເພາະຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
ສ່ວນທ່ານ Nguyen Huy Tuong ກໍໃຫ້ຮູ້ວ່າ, ເລື່ອງຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມ ທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດລະຫວ່າງອັງກິດ ແລະ ຫວຽດນາມ, ເຊິ່ງໄດ້ຮັບການລົງນາມເມື່ອເດືອນ 9/2010. ໃນຈຳນວນ 158 ໂຄງການຂອງອັງກິດ ເຊິ່ງພວມລົງທຶນຢູ່ຫວຽດນາມ, ມີພຽງ 34 ໂຄງການດ້ວຍຈຳນວນເງິນລົງທຶນເຂົ້ານະຄອນຮ່າໂນ້ຍ ມີພຽງ 67 ລ້ານ USD ເທົ່ານັ້ນ. ທ່ານ Nguyen Huy Tuong ຫວັງວ່າ ບັນດາວິສາຫະກິດອັງກິດ ຈະລົງທຶນເຂົ້ານະຄອນຮ່າໂນ້ຍ ໃນຫຼາຍຂົງເຂດກວ່າອີກ ຄື: ການຄ້າ, ທະນາຄານ, ປະກັນໄພ, ເຕັກໂນໂລຊີສູງ, ການສຶກສາ ແລະ ສາທາລະນະສຸກ.