ອັງກິດ ແລະ ຝລັ່ງ ລົງນາມໃນຂໍ້ຕົກລົງໃໝ່ສະກັດກັ້ນການຂ້າມຊາຍແດນຢ່າງຜິດກົດໝາຍ

(VOVWORLD) -ຕາມຂໍ້ຕົກລົງທີ່ຫາກໍ່ໄດ້ຮັບການລົງນາມແລ້ວ, 2 ຝ່າຍຈະເພີ່ມຈຳນວນພາລະກອນລາດຕາເວນຢູ່ບັນດາຝັ່ງທະເລຂອງຝລັ່ງ ຂຶ້ນທົບ 2 ເທົ່າ
ອັງກິດ ແລະ ຝລັ່ງ ລົງນາມໃນຂໍ້ຕົກລົງໃໝ່ສະກັດກັ້ນການຂ້າມຊາຍແດນຢ່າງຜິດກົດໝາຍ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 28 ພະຈິກ, ອັງກິດ ແລະ ຝລັ່ງ ໄດ້ລົງນາມໃນຂໍ້ຕົກລົງໃໝ່ເພື່ອແນໃສ່ສະກັດກັ້ນຊາວອົບພະຍົບຂ້າມຊາຍແດນຢ່າງຜິດກົດໝາຍຜ່ານຊ່ອງແຄບທະເລ Manche. ຕາມຂໍ້ຕົກລົງທີ່ຫາກໍ່ໄດ້ຮັບການລົງນາມແລ້ວ, 2 ຝ່າຍຈະເພີ່ມຈຳນວນພາລະກອນລາດຕາເວນຢູ່ບັນດາຝັ່ງທະເລຂອງຝລັ່ງ ຂຶ້ນທົບ 2 ເທົ່າ, ພ້ອມທັງຜັນຂະຫຍາຍບັນດາເຄື່ອງອຸປະກອນຄື ເຮືອບິນບໍ່ມີຄົນຂັບ ແລະ ລະບົບຣາດາ ຕິດຕາມເຂດຊ່ອງແຄບທະເລ Manche, ເຊິ່ງແມ່ນແຫ່ງທີ່ຊາວອົບພະຍົບຢ່າງຜິດກົດໝາຍນຳໃຊ້ເພື່ອເດີນທາງຈາກຝລັ່ງ ເຂົ້າອັງກິດ.

ທ່ານນາງລັດຖະມົນຕີກະຊວງພາຍໃນອັງກິດ Priti Patel ໄດ້ຕີລາຄາສູງການຮ່ວມມືຂອງວົງການເຂົ້າໜ້າທີ່ຝລັ່ງ, ໃຫ້ຮູ້ວ່າ  ຍ້ອນມີຕຳຫຼວດຂອງປະເທດນີ້ເພີ່ມທະວີການລາດຕາເວນຢູ່ບັນດາຫາດຊາຍທະເລ ແລະ ມີການແລກປ່ຽນເປັນປະຈຳຂອງບັນດາອົງການຄວາມໝັ້ນຄົງ ແລະ ການປະຕິບັດກົດໝາຍລະຫວ່າງ 2 ປະເທດ, ຈຳນວນຊາວອົບພະຍົບເດີນທາງອອກ ຝລັ່ງ ມາອັງກິດ ໄດ້ຫຼຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ