ອັງກິດລົງນາມໃນອະນຸສັນຍາເຂົ້າຮ່ວມ CPTPP ຢ່າງເປັນທາງການ - ໂອກາດຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ແລະ ຫວຽດນາມ.

(VOVWORLD) -ຕອນເຊົ້າວັນທີ 16 ກໍລະກົດນີ້, ຢູ່ນະຄອນ Auckland, ປະເທດນິວຊີແລນ, ທ່ານລັດຖະມົນຕີກະຊວງທຸລະກິດ ແລະ ການຄ້າອັງກິດ Kemi Badenoch ໄດ້ລົງນາມຂໍ້ຕົກລົງເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ
ອັງກິດລົງນາມໃນອະນຸສັນຍາເຂົ້າຮ່ວມ CPTPP ຢ່າງເປັນທາງການ - ໂອກາດຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ແລະ ຫວຽດນາມ. - ảnh 1ພິທີລົງນາມໃນຂໍ້ຕົກລົງຢູ່ນິວຊີແລນ

    ເຂົ້າຮ່ວມການລົງນາມໃນສັນຍາດັ່ງກ່າວມີທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ, ລັດຖະມົນຕີການຄ້າ ນິວຊີແລນ Damien O'Connor, ລັດຖະມົນຕີການຄ້າການາດາ Mary Ng, ລັດຖະມົນຕີການຟື້ນຟູເສດຖະກິດ ຍີ່ປຸ່ນ Goto Shigeyuki ແລະ ຮອງລັດຖະມົນຕີການຄ້າ ອົດສະຕາລີ Tim Ayres.

    ໂດຍເປັນສ່ວນໜຶ່ງຂອງ CPTPP ໝາຍຄວາມວ່າ  ກວ່າ 99% ປະລິມານສິນຄ້າສົ່ງອອກຂອງອັງກິດສົ່ງໄປຍັງບັນດາປະເທດ CPTPP ໃນປະຈຸບັນ ຈະຖືກເສຍພາສີດ້ວຍລະດັບ 0, ສັນຍາດັ່ງກ່າວສ້າງກາລະໂອກາດໃໝ່ໃຫ້ບັນດາວິສາຫະກິດ ອັງກິດ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການຄ້າລະຫວ່າງ ອັງກິດ ກັບບັນດາປະເທດສະມາຊິກ; ລວມທັງຫວຽດນາມ. ທ່ານເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດນາມ Iain Frew ໃຫ້ຮູ້ວ່າ:

   “ສິ່ງດັ່ງກ່າວຈະຊ່ວຍເພີ່ມທະວີດ້ານການຄ້າລະຫວ່າງຫວຽດນາມ ແລະ ອັງກິດ. CPTPP ຈະຊ່ວຍໃຫ້ວິສາຫະກິດຂອງສອງປະເທດໄດ້ແລກປ່ຽນຄ້າຂາຍຢ່າງສະດວກກວ່າເກົ່າ. ພ້ອມທັງຊ່ວຍພວກເຮົາສ້າງລະບຽບການການຄ້າທີ່ກ້າວຫນ້າໃນອະນາຄົດ. ສິ່ງດັ່ງກ່າວສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອັງກິດ ແລະ ຫວຽດນາມ ນັບມື້ນັບເລິກເຊິ່ງຍິ່ງໆຂຶ້ນ

ຕອບກັບ

ຂ່າວ/ບົດ​ອື່ນ