ອັງ​ກິດ​ຫ້າມ​ຕິດ​ຕັ້ງ TikTok ​ບັນ​ດາ​ເຄື່ອງ​ອຸ​ປະ​ກອນ ​ຂອງ​ສຳ​ນັກ​ງານແຫ່ງ​ລັດ ແລະ ລັດ​ຖະ​ບານ

(VOVWORLD) -ວັນທີ 16 ມີນາ, ລັດຖະບານ ອັງກິດໄດ້ປະກາດຫ້າມຕິດຕັ້ງໂປແກຼມ TikTok ໃນບັນດາເຄື່ອງອຸປະກອນຂອງສຳນັກງານແຫ່ງລັດ ແລະ ລັດຖະບານ. ຂໍ້ຕົກລົງນີ້ມີຜົນສັກສິດຢ່າງທັນທີ.

ອັງ​ກິດ​ຫ້າມ​ຕິດ​ຕັ້ງ TikTok ​ບັນ​ດາ​ເຄື່ອງ​ອຸ​ປະ​ກອນ ​ຂອງ​ສຳ​ນັກ​ງານແຫ່ງ​ລັດ ແລະ ລັດ​ຖະ​ບານ - ảnh 1ພາບປະກອບ: AFP/TTXVN

ທ່ານ Oliver Dowden ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ອັງກິດ ໃຫ້ຮູ້ວ່າ ບັນດາເຄື່ອງອຸປກອນຂອງສຳນັກງານແຫ່ງລັດ ແລະ ລັດຖະບານຈະພຽງແຕ່ໄດ້ຮັບການຕິດຕັ້ງໂປແກຼມຂອງຝ່າຍທີ 3 ທີ່ນອນໃນບັນຊີລາຍຊື່ທີ່ໄດ້ຮັບການອະນຸຍາດເທົ່ານັ້ນ. ຂໍ້ຕົກລົງສະບັບດັ່ງກ່າວ ບໍ່ນຳໃຊ້ກັບບັນດາເຄື່ອງອຸປະກອນສ່ວນຕົວ ແລະ ຈະມີການຍົກເວັ້ນກັບບາງກໍລະນີເຊິ່ງ ຕ້ອງນຳໃຊ້ໂປແກຼມ TikTok ໃນເຄື່ອງອຸປະກອນຂອງລັດຖະບານ.

ກ່ອນໜ້ານັ້ນ ໃນອາທິດນີ້, ເມື່ອໄດ້ຮັບຂໍ້ມູນກ່ຽວກັບຄວາມອາດສາມາດທີ່ອັງກິດຈະຍົກອອກຄຳສັ່ງຫ້າມດັ່ງກ່າວນີ້, ໂຄສົກຂອງ TikTok ໃຫ້ຮູ້ວ່າ ບໍລິສັດນີ້ມີຄວາມຜິດຫວັງທີ່ສຸດ, ພ້ອມທັງຢັ້ງຢືນວ່າ TikTok ຈະໃຫ້ຄຳໝັ້ນສັນຍາສົມທົບກັບລັດຖະບານ ອັງກິດ ເພື່ອແກ້ໄຂບໍ່ວ່າຄວາມວິຕົກກັງວົນໃດ ແລະ ຈະປະຕິບັດຕາມບັນດາມາດຕະການເພື່ອປົກປ້ອງຂໍ້ມູນຂອງຜູ້ນຳໃຊ້ເອີລົບໃຫ້ ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ