ອັງ​ກິດ​ຮຽກ​ຮ້ອງ​ໃຫ້ G7 ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ WTO

(VOVWORLD) -ວິວັດການປະຕິຮູບອົງການການຄ້າ ໂລກ (WTO)  ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ໄດ້ຮັບການປຶກສາຫາລື ຢູ່ ກອງປະຊຸມລັດຖະມົນຕີການຄ້າ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາ ແຖວໜ້າໂລກ (G7) ຖືກດຳເນີນຢູ່ ລອນດອນ, ປະເທດ ອັງກິດ, ໃນລະຫວ່າງວັນທີ 27 – 28 ພຶດສະພາ.
ອັງ​ກິດ​ຮຽກ​ຮ້ອງ​ໃຫ້ G7 ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ WTO - ảnh 1ທ່ານ ນາງ Liz Truzz ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ (ພາບ: AFP/TTXVN)

ແຈ້ງການສື່ມວນຊົນ ຂອງ ລັດຖະບານ ອັງກິດ ຊຶ່ງເປັນປະເທດດຳລົງຕຳແໜ່ງປະທານ G7 ປີນີ້ ໃຫ້ຮູ້ວ່າ ລອນດອນຈະນຳໃຊ້ກອງປະຊຸມນີ້ ເພື່ອຊຸກຍູ້ກົນໄກແກ້ໄຂຄວາມຂັດແຍ້ງກັນ ໃນບັນຫາໜູນຊ່ວຍທີ່ບໍ່ມີຄວາມສະເໝີພາບໃຫ້ແກ່ບັນດາຂະແໜງ ອຸດສາຫະກຳ ແລະ ກະສິກຳຢ່າງມີປະສິດທິຜົນ, ພ້ອມທັງຫັນບັນດາຂໍ້ກຳນົດຂອງ WTO ເປັນທັນສະໄໝ ແລະ ຊຸກຍູ້ການຄ້າຂຽວ. ບັນດາກອງປະຊຸມສຳມະນາ ກໍ່ສືບຕໍ່ພັດທະນາໝາກຜົນຂອງກອງປະຊຸມທາງອອນລາຍ ຂອງບັນດາລັດຖະບານການຄ້າ G7 ເມື່ອເດືອນມີນາທີ່ຜ່ານມາ ກ່ຽວກັບຄວາມເຫັນດີເຫັນພ້ອມ ພິຈາລະນາບັນດາປະຕິຮູບການເພີ່ມທະວີບົດບາດຂອງ WTO ຄືເວທີປາໄສເຈລະຈາ.

        ທີ່ກອງປະຊຸມຄັ້ງນີ້, ທ່ານ ນາງ Liz Truzz ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ ຮຽກຮ້ອງໃຫ້ບັນດາປະເທດ G7 ສະໜັບສະໜູນຕໍ່ການປະຕິຮູບ WTO ແລະ ກ່າວເຕືອນຄວາມສ່ຽງ ລະບົບການຄ້າທົ່ວໂລກຖືກແຕກສະຫຼາຍຖ້າຄວາມມານະພະຍາຍາມໃນການປະຕິຮູບບໍ່ບັນລຸໄດ້ຄວາມກ້າວໜ້າຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ