ອັງກິດໄດ້ຊົມໃຊ້ຂໍ້ກຳນົດກົດລະບຽບພິເສດໃນສະຫະພາບເອີລົບ

ອັງກິດໄດ້ຊົມໃຊ້ຂໍ້ກຳນົດກົດລະບຽບພິເສດໃນສະຫະພາບເອີລົບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron
ພາບ:tin247.com
(vovworld)- ວັນ​ທີ 19/2, ພາ​ຍ​ຫລັງ​ຕົກ​ລົງເພື່ອ​ຮັກ​ສາ​ອັງ​ກິດ​ຢູ່ ສະ​ຫະ​ພາບ​ເອີ​ລົບ​ຄືນ​ໃຫມ່ ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ ທັງ​ໝົດ 28 ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ທີ່ກອງ​ປະ​ຊຸມ​ສຸດຍອດ EU ຢູ່ ບ​ຣຸກ​ແຊນ ປະ​ເທດ​ແບນ​ຊີກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron ໄດ້​ຢືນ​ຢັນ ຂໍ້​ຕົ​ກ​ລົງ​ປະ​ຕິ​ຮູບ​ຊາຍ​ຄາ ເອີ​ລົບ ຈະ​ມອບ​ໃຫ້ ລອນດອນ ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ພິ​ເສດ ແລະ ທ່ານ ຈະ​ນຳ​ເອ​ກະ​ສານນີ້​ອອກ​ໃນ​ກອງ​ປະ​ຊຸມ ຊື່ງ​ລວມມ​ີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ແຖວ​ຫນ້າ​ຂອງ​ຕົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron  ​ຈັດ​ການ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ ດ່ວນໃນ​ວັນ​ທີ 20/2 ເພື່ອ​ແຈ້ງ​ໝາກ​ຜົນ​ຂໍ້​ຕົກ​ລົງ​ທີ່​ຫາກໍ່​ບັນ​ລຸ​ໄດ້​ກັບ EU ກ່ອນ​ທີ່​ກຳ​ນົດ​ເວ​ລາ​ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ຖາ​ນະນາມ ​ສະ​ມາ​ຊິກ EU ຂອງ ອັງ​ກິດ.

 

 

ຂ່າວ/ບົດ​ອື່ນ