ອັງ​ກິດ​ໜູນ​ຊ່ວຍ​ເງິນ​ 500.000 ປອນ​ ​ໃຫ້​ແກ່​ຫວຽດ​ນາມ ເພື່ອ​ແກ້​ໄຂ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸນ້ຳ​ຖ້ວມ

(VOVWORLD) -ວັນທີ 3 ພະຈິກ, ລາຊະອານາຈັກອັງກິດໄດ້ປະກາດບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 500.000 ປອນ (ປະມານ 15 ຕື້ດົ່ງ) ເພື່ອໜູນຊ່ວຍປະຊາຊົນ ຫວຽດນາມ ແກ້ໄຂຜົນສະທ້ອນຈາກພາຍຸ ແລະ ນ້ຳຖ້ວມໃນໄລຍະມໍ່ມານີ້. 
ອັງ​ກິດ​ໜູນ​ຊ່ວຍ​ເງິນ​ 500.000 ປອນ​ ​ໃຫ້​ແກ່​ຫວຽດ​ນາມ ເພື່ອ​ແກ້​ໄຂ​ຜົນ​ສະ​ທ້ອນ​ຈາກ​ພາ​ຍຸນ້ຳ​ຖ້ວມ - ảnh 1ພາບປະກອບ: TTXVN 

ບ້ວງເງິນໜູນຊ່ວຍດັ່ງກ່າວຖືກສົ່ງມາໃຫ້ສະຫະພັນກາແດງສາກົນຜ່ານທາງສາພາກະແດງ ອັງກິດ, ເຊິ່ງຊ່ວຍເປີດກ້ວາງການຈັດແຈ່ງບ່ອນຢູ່, ສະໜອງນ້ຳສະອາດ, ສະໜອງອາຫານ ແລະ ໜູນຊ່ວຍການຫາລ້ຽງຊີບໃຫ້ແກ່ປະຊາຊົນປະມານ 160.000 ຄົນທີ່ຖືກຜົນກະທົບຈາກໄພທຳມະຊາດ ຢູ່ ຫວຽດນາມ. ໂດຍຕາງໜ້າລັດຖະບານລາຊະອານາຈັກ ອັງກິດ, ທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດປະຈຳ ຫວຽດນາມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນເຂດພາກກາງ ຫວຽດນາມ ກ່ຽວກັບບັນດາຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນໄລຍະທີ່ຜ່ານມາ, ພ້ອມທັງຢັ້ງຢືນວ່າ ບ້ວງເງິນໜູນຊ່ວຍນີ້ ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ແລະ ບັນດາອົງການທ້ອງຖິ່ນ ໃນການໜູນຊ່ວຍວົງຄະນະຍາດ ທີ່ໄດ້ຮັບຜົນກະທົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ລາຊະອານາຈັກຈະສືບຕໍ່ຮ່ວມເດີນທາງກັບປະຊາຊົນ ຫວຽດນາມຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ