ອົງການ Orbis ອຸປະຖຳກວ່າ 4,4 ຕື້ດົງ ເບິ່ງແຍງຕາໃຫ້ປະຊາຊົນ ເທື່ອທຽນເຫ້ວ

ອົງການ Orbis ອຸປະຖຳກວ່າ 4,4 ຕື້ດົງ ເບິ່ງແຍງຕາໃຫ້ປະຊາຊົນ ເທື່ອທຽນເຫ້ວ - ảnh 1
ໂຮງໝໍ​ຍົນຢູ່​ເຫ້ວ
(ພາບ: dantri.com.vn)


(vovworld) – ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ຮັບ​ໂຄງການ​ຊ່ວຍ​ເຫຼືອ​ລ້າ “​ໂຮງໝໍ​ຍົນຢູ່​ເຫ້ວ” ປີ 2015, ​ໂດຍ​ອົງການ​ປ້ອງ​ກັນ, ຕ້ານ​ຕາບອດ​ສາກົນ (Orbis) ອຸປະຖຳ. ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ​ໃນ​ເດືອນ 05/2014 ຢູ່​ນະຄອນ​ເຫ້ວ ​ແລະ ຕາ​ແສງ ​ເຮືອງ​ຖຸຍ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 4,8 ຕື້​ດົງ, ​ໃນ​ນັ້ນ​ອົງການ Orbis ຊ່ວຍ​ເຫຼືອ​ລ້າ​ຈຳນວນ​ເງິນ 4,4 ຕື້​ດົງ, ສ່ວນ​ຍັງ​​ເຫຼື​ອ​ແມ່ນ​ທຶນ​ສົມທົບ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ບຳລຸງ​ສ້າງຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ​ໃຫ້​ທ່ານ​ໝໍ ​ແລະ ນາງ​ໝໍ 230 ຄົນ​; ຝຶກ​ອົບ​ຮົບ​ໃຫ້​ນັກ​ວິ​ສາວະ​ກອນ ​ແລະ ນັກ​ເຕັກນິກ​ 15 ຄົນ ເພື່ອນຳ​ໃຊ້​ອຸປະກອນ​ປິ່ນປົວ​ຕາ. ນອກຈາກ​ນັ້ນ, ​ໂຄງການຍັງ​ທຳ​ການ​ກວດ​ບົ່ງມະຕິ​ພະຍາດ, ​ແນະນຳ​ກ່ຽວກັບການປິ່ນ​ປົວ​ໃຫ້​ຄົນ​ເຈັບ 140 ຄົນ, ທຳ​ການຜ່າຕັດ, ກາຍຍະ​ບຳບັດ​ຕາ​ໃຫ້​ຄົນ​ເຈັບ 60 ຄົນ.

ຂ່າວ/ບົດ​ອື່ນ