ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ​.

(VOVWORLD) -ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ່ຽມຢາມເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.
ອົງ​ການ UNICEF ໄດ້ຕີ​ລາ​ຄາ​ຫວຽດ​ນາມ ບັນ​ລຸ​ຄວາມ​ຄືບ​ໜ້າ​ອັນ​ໃຫ​ຍ່ຫຼວງ​ໃນ​ການ​ເບິ່ງ​ແຍງ, ປົກ​ປ້ອງ​ເດັກ​. - ảnh 1(ພາບປະກອບ: VOV)

ຕາມຂໍ້ມູນຈາກ ອົງການ UNICEF ປະຈຳ ຫວຽດນາມ, ວັນທີ 13 ພະຈິກ, ທ່ານນາງ Catherine Russell ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ສີ້ນສຸດການຢ່ຽມຢາມເປັນເວລາ 3 ວັນ, ຜ່ານການຢ້ຽມຢາມ ທ່ານນາງໄດ້ຕີລາຄາສູງ ຫວຽດນາມ ດ້ວຍຫຼາຍຜົນງານທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ປົກປ້ອງ, ເບິ່ງແຍງເດັກ.

        ຜູ້ອຳນວຍການບໍລິຫານ ອົງການ UNICEF ຢືນຢັນວ່າອົງການຈັດຕັ້ງນີ້ຈະສືບຕໍ່ຮ່ວມມືກັບລັດຖະບານຫວຽດນາມ ແລະ ບັນດາຄູ່ຮ່ວມມືເພື່ອເດັກທັງໝົດ. ທ່ານນາງ ກໍ່ໄດ້ໃຫ້ຮູ້ວ່າ ຢູ່ ຫວຽດນາມ,  ອົງການ UNICEF ໄດ້ ແລະ ກຳລັງໜູນຊ່ວຍລັດຖະບານ ບຳລຸງສ້າງຄູ ແລະ ປະຕິຮູບຫຼັກສູດການຮຽນການສອນ. ບັນດາຄວາມມານະພາຍາຍາມນີ້ ຈະຊ່ວຍໃຫ້ເດັກ ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄວາມສາມາດຂອງເດັກ ໃນການກໍ່ສ້າງວິທີການການແກ້ໄຂຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ