ອົງການກວດສອບແຫ່ງລັດຫວຽດນາມ ເພີ່ມທະວີການຮ່ວມມືສາກົນ

(VOVWORLD) -ທ່ານປະທານອົງການກວດສອບແຫ່ງລັດຫວຽດນາມ ປາດຖະໜາຢາກໃຫ້ອົງການກວດສອບແຫ່ງລັດສອງປະເທດ ສືບຕໍ່ສຸມໃສ່ຂຸດຄົ້ນບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂອບເຂດສອງຝ່າຍ ລະຫວ່າງສອງອົງການ ແລະ ຂອບເຂດການຮ່ວມມືຫຼາຍຝ່າຍ.
ອົງການກວດສອບແຫ່ງລັດຫວຽດນາມ ເພີ່ມທະວີການຮ່ວມມືສາກົນ - ảnh 1ທ່ານ ໂຮ່ດຶກເຟິກ ປະທານອົງການກວດສອບແຫ່ງລັດຫວຽດນາມ - ປະທານອົງການຈັດຕັ້ງບັນດາອົງການກວດສອບສູງສຸດ ອາຊີ (ພາບ: TTXVN)

  ວັນທີ 22 ກໍລະກົດ, ຢູ່ນະຄອນຫຼວງ Kuwait City, ຄູເວດ, ທ່ານ ໂຮ່ດຶກເຟິກ ປະທານອົງການກວດສອບແຫ່ງລັດຫວຽດນາມ - ປະທານອົງການຈັດຕັ້ງບັນດາອົງການກວດສອບສູງສຸດ ອາຊີ (ASOSAI), ພ້ອມດ້ວຍຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ  ໄດ້ມີການພົບປະເຈລະຈາກັບອົງການກວດສອບແຫ່ງລັດ ຈີນ ໂດຍ ທ່ານ ຄູ໊ເຈື໊ອຈີນ ປະທານອົງການກວດສອບແຫ່ງລັດ ຈີນ ເປັນຫົວໜ້າຄະນະ. ການພົບປະເຈລະຈາຖືກດໍາເນີນໃນຂອບເຂດກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 54 ຖືກຈັດຂຶ້ນຢູ່ ຄູເວດ. ທີ່ການພົບປະເຈລະຈາ, ທ່ານປະທານອົງການກວດສອບແຫ່ງລັດຫວຽດນາມ ປາດຖະໜາຢາກໃຫ້ອົງການກວດສອບແຫ່ງລັດສອງປະເທດ ສືບຕໍ່ສຸມໃສ່ຂຸດຄົ້ນບັນດາຂົງເຂດຮ່ວມມືຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືໃນຂອບເຂດສອງຝ່າຍ ລະຫວ່າງສອງອົງການ ແລະ ຂອບເຂດການຮ່ວມມືຫຼາຍຝ່າຍ. ພ້ອມທັງສະເໜີ ອົງການກວດສອບແຫ່ງລັດ ຈີນ ແບ່ງປັນປະສົບການໃນຂົງເຂດກວດສອບ ແລະ ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວກວດສອບ.

        ທ່ານປະທານອົງການກວດສອບແຫ່ງລັດ ຈີນ ຢັ້ງຢືນວ່າ ອົງການກວດສອບແຫ່ງລັດສອງປະເທດ ຈະສືບຕໍ່ປະຕິບັດບັນດາການເຄື່ອນໄຫວຮ່ວມມືທີ່ໄດ້ຜັນຂະຫຍາຍໃນໄລຍະຜ່ານມາໃຫ້ມີປະສິດທິຜົນ; ຈັດຕັ້ງໃຫ້ບັນດາຄະນະນັກຊ່ຽວຊານກ່ຽວກັບບັນດາຂົງເຂດທີ່ໄດ້ພົບປະແລກປ່ຽນ, ຈັດຕັ້ງຊຸດຝຶກອົບຮົບກ່ຽວກັບເນື້ອໃນກວດສອບ ເຊິ່ງ ອົງການກວດສອບແຫ່ງລັດຫວຽດນາມ ແລະ ອົງການກວດສອບແຫ່ງລັດ ຈີນ ລ້ວນແຕ່ມີຄວາມສົນໃຈ; ແບ່ງປັນບັນດາປະສົບການຂອງອົງການກວດສອບແຫ່ງລັດ ຈີນ ກ່ຽວກັບວຽກງານບໍາລຸງກໍ່ສ້າງນັກວດສອບບັນຊີ.

        ແລະກໍໃນວັນດຽວກັນ, ທ່ານປະທານອົງການກວດສອບແຫ່ງລັດ ຫວຽດນາມ ໂຮ່ດຶກເຟິກ ໄດ້ມີການພົບປະກັບທ່ານປະທານອົງການກວດສອບແຫ່ງລັດ ຄູເວດ Adel Al-Sarawi; ໄປຢ້ຽມຢາມ ແລະ ເຮັດວຽກກັບ ສະຖານທູດຫວຽດນາມ ປະຈໍາ ຄູເວດ.


ຕອບກັບ

ຂ່າວ/ບົດ​ອື່ນ