ອົງ​ການກວດ​ສອບ​ແຫ່ງ​ລັດເສີ​ມ​ຂະ​ຫຍາຍ​ຈິດ​ໃຈ “ໂປ່ງໃສ, ຊື່​ຕົງ, ເກັ່ງ​ກ້າສາ​ມາດ, ທ່ຽງ​ທຳ ”

(VOVWORLD) -ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານປີ 2020. 

ອົງ​ການກວດ​ສອບ​ແຫ່ງ​ລັດເສີ​ມ​ຂະ​ຫຍາຍ​ຈິດ​ໃຈ “ໂປ່ງໃສ, ຊື່​ຕົງ, ເກັ່ງ​ກ້າສາ​ມາດ, ທ່ຽງ​ທຳ ” - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN) 

ເຂົ້າຮ່ວມແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງ ແລະ ນັກກວດສອບແຫ່ງລັດແຕ່ລະຄົນຮັບປະກັນຫຼັກການ “ມີການເຄື່ອນໄຫວທີ່ເປັນເອກະລາດ ແລະ ປະຕິບັດຢ່າງຖືກຕ້ອງຕາມກົດໝາຍ”. ທ່ານນາງກ່າວວ່າ:

ຂ້າພະເຈົ້າສະເໜີໃຫ້ອົງການກວດສອບແຫ່ງລັດສືບຕໍ່ປະຕິບັດບົດບາດເປັນປະທານ ASOSAI ອາຍຸການ 2018 2021 ໃຫ້ເປັນຢ່າງດີ, ມີການເປີດກ້ວາງຮ່ວມມືກັບຫຼາຍອົງການຈັດຕັ້ງ, ອົງການກວດສອບທີ່ມີອິດທິພົນຊື່ສຽງໃນໂລກຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ຍົກສູງທີ່ຕັ້ງ, ພາບພົດຂອງ ອົງການກວດສອບແຫ່ງລັດ ຫວຽດນາມ ບົນເວທີສາກົນ ກໍ່ຄືສ້າງເງື່ອນໄຂສຳຜັດກັບເນື້ອໃນ, ວິທີການ, ເຕັກນິກກວດສອບທີ່ທັນສະໄໝ, ກ້າວໜ້າໃນໂລກ. ພັກ, ລັດ ແລະ ປະຊາຊົນທົ່ວປະເທດ ມີຄວາມປາດຖະໜາວ່າ ອົງການກວດສອງແຫ່ງລັດ ຈະປະຕິບັດຄວາມຮັບຜິດຊອບຂອງອົງການກວດກາການເງິນສາທາລະນະຕາມຈິດໃຈ “ໂປ່ງໃສ, ຊື່ຕົງ, ເກັ່ງກ້າສາມາດ, ທ່ຽງທຳ ” ໃຫ້ດີກ່ວາອີກ

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານ ປະກອບສ່ວນເຂົ້າໃນພາລະກິດສ້າງສາສັງຄົມນິຍົມ ແລະ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ