ປະທານປະເທດ ເຈືອງເຕີ໋ຊາງກັບຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 6/12, ໄອຍະການປະຊາຊົນສູງສຸດ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ”ສະຫຼຸບພຶດຕິກຳຕົວຈິງແຫ່ງການປະຕິບັດກົດໝາຍວ່າດ້ວຍໄອຍະການປະຊາຊົນປີ 2002 ແລະ ປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາປີ 2003. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີ໋ຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳ, ຖືວ່າ:
”ນີ້ແມ່ນກົດໝາຍສອງສະບັບທີ່ມີຄວາມສຳຄັນຍິ່ງ, ກ່ຽວຂ້ອງໂດຍກົງເຖິງການຈັດຕັ້ງ, ການເຄື່ອນໄຫວຂອງອົງການຍຸຕິທຳເວົ້າລວມ ແລະ ໄອຍະການປະຊາຊົນເວົ້າສະເພາະ; ກ່ຽວຂ້ອງເຖິງການຈັບຕົວ, ກັກຂັງ, ພິພາກສາມະນຸດ. ດັ່ງນັ້ນ, ໜຶ່ງໃນບັນດາຄວາມຄວາມຮຽກຮ້ອງຕ້ອງການທີ່ສຳຄັນໃນການສ້າງກົດໝາຍນີ້ແມ່ນຕ້ອງມີການສະຫຼຸບຢ່າງຄົບຖ້ວນ, ເລິກເຊິ່ງ, ຮອບດ້ານ , ບົນພື້ນຖານນັ້ນສະເໜີສືບຕໍ່ບັນດາຂໍ້ກຳນົດທີ່ພວມເສີມຂະຫຍາຍຜົນປະໂຫຍດທີ່ຕັ້ງໜ້າ, ພ້ອມທັງກຳນົດບັນດາບັນຫາຄວນປັບປຸງ, ເພີ່ມເຕີມ, ຮັບປະກັນເໝາະສົມກັບແນວທາງ, ນະໂຍບາຍຂອງພັກ ແລະ ບັນດາເງື່ອນໄຂອັນລະອຽດໃນທຸກດ້ານຢູ່ປະເທດເຮົາ”
ທ່ານປະທານຍັງຖືວ່າ, ບັນຫາທີ່ມີລັກສະນະຕັດສິນສຳລັບຂະແໜງຍຸຕິທຳ ແມ່ນຕ້ອງກໍ່ສ້າງຖັນແຖວພະນັກງານທີ່ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມຮູ້ຢ່າງເລິກເຊິ່ງທາງດ້ານກົດໝາຍ, ແລະ ເກັ່ງດ້ານວິຊາການ. ດັ່ງນັ້ນຕ້ອງກວດຄືນເພື່ອປັບປຸງ ເພີ່ມເຕີມບັນດາມາດຖານສຳລັບພະນັກງານໄອຍະການ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ສູ້ຕ້ານອາດສະຍະກຳ ໃນສະພາບການໃໝ່.