ພາບປະກອບ:internet
|
(vovworld)- ວັນທີ 11/11, ຢູ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັບອົງການພັດທະນາຝລັ່ງ (AFD) ເລີ່ມປະຕິບັດໂຄງການ “ຫນູນຊ່ວຍພັດທະນາຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດສິນຄ້າຢູ່ຫວຽດນາມ”. ຈຳນວນທຶນເພື່ອປະຕິບັດໂຄງການດັ່ງກ່າວແມ່ນ ເກືອບ 1,3 ລ້ານ USD, ໃນນັ້ນ ແຫລ່ງທຶນ ອົງການ AFD ອຸປະຖຳກວ່າເກືອບ 1,1 ລ້ານ USD ເພື່ອປັບປຸງລະບົບຈົດທະບຽນ, ຄຸ້ມຄອງຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດຂອງສິນຄ້າຜ່ານການສ້າງວິທີການສຳພັດໃຫມ່ ແລະ ບົດຮຽນຂອງ ເອີລົບ, ພິເສດແມ່ນ ຝລັ່ງ ພ້ອມທັງ ຊ່ວຍໃຫ້ຫວຽດນາມ ກ້າວໄປເຖິງການເຊື່ອມໂຍງເຂົ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກໃນການຈົດທະບຽນ ແລະ ຄຸ້ມຄອງ ຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດຂອງສິນຄ້າ. ທ່ານ ເຈີນຫວຽດແທງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຫົວຫນ້າກົມຊັບສິນທາງປັນຍາ ຖືວ່າ: ເພື່ອເຊື່ອມໂຍງເຂົ້າກັບເສດຖະກິດ ແບບຍືນຍົງ ແລະ ເລິກເຊິ່ງ, ຫວຽດນາ ຄວນເສີມຂະຫຍາຍທ່າໄດ້ປຽບ, ເປັນຕົ້ນແມ່ນການຜະລິດ, ຫັນບັນດາຜະລິດຕະພັນກະເສດເປັນການຄ້າ.
“ໃນໄລຍະຈະມາເຖິງ, ຄວນມີບັນດາກົນໄກ, ນະໂຍບາຍ ແລະ ມາດຕະການເໝາະສົມ ເພື່ອໃຫ້ຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດຂອງສິນຄ້າກາຍເປັນເຄື່ອງມືຊຸກຍູ້ການຜະລິດ, ຫັນຜະລິດຕະພັນເປັນການຄ້າ. ພ້ອມທັງ ຄວນມີບາດກ້າວບຸກທະລຸໃຫມ່ໃນວິທີທິດສະດີຕະຫລອດຮອດບັນຫານະໂຍບາຍ ແລະ ພຶດຕິກຳ.”