ອັດກອງປະຊຸມ WEF ທຽນຈີນ, ຍົກອອກບົດບາດຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) - ມີຜູ້ແທນເຊິ່ງເປັນເຈົ້າໜ້າທີ່ລັດຖະບານ, ວົງການວິສາຫະກິດ, ນັກຮຽນຮູ້ ແລະ ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນກວ່າ 1.500 ທ່ານ ໄດ້ປຶກສາຫາລືຫຼາຍຫົວຂໍ້, ລວມມີ: ປັນຍາປະດິດ, ການຫັນເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ.
ອັດກອງປະຊຸມ WEF ທຽນຈີນ, ຍົກອອກບົດບາດຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ - ảnh 1ກອງປະຊຸມດຳເນີນເປັນເວລາ 3 ວັນ
(ພາບ: TTXVN)

        ວັນທີ 29 ມິຖຸນາ, ຢູ່ນະຄອນ ທຽນຈີນ, ປະເທດ ຈີນ, ກອງປະຊຸມປະຈຳປີຄັ້ງທີ 14 ບັນດາຜູ້ນຳໜ້າຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ອັດລົງ, ດ້ວຍເລື່ອງຍົກອອກຄວາມສຳຄັນຂອງນ້ຳໃຈສາມັກຄີ ແລະ ການຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານປະທານ WEF Borge Brende ເນັ້ນໜັກວ່າ, ເມື່ອຄວາມຂາດສະຖຽນລະພາບໃນທົ່ວໂລກຍັງເກີດຂຶ້ນ, ສິ່ງສຳຄັນທີ່ສຸດຍິ່ງກວ່າໃດໝົດຍັງແມ່ນຄວາມສະໜິດຕິດພັນ.

        ໃນກອງປະຊຸມທີ່ດຳເນີນເປັນເວລາ 3 ວັນ, ມີຜູ້ແທນເຊິ່ງເປັນເຈົ້າໜ້າທີ່ລັດຖະບານ, ວົງການວິສາຫະກິດ, ນັກຮຽນຮູ້ ແລະ ຜູ້ຕາງໜ້າບາງອົງການຈັດຕັ້ງສາກົນກວ່າ 1.500 ທ່ານ ໄດ້ປຶກສາຫາລືຫຼາຍຫົວຂໍ້, ລວມມີ: ປັນຍາປະດິດ, ການຫັນເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປໃນສະພາບທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍທົ່ວໂລກຫຼາຍຢ່າງ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຊັກຊ້າລົງ ແລະ ໄລຍະຫ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ