ອັດກອງປະຊຸມສຸດຍອດ ASEM 12

(VOVWORLD) - ຕອນບ່າຍວັນທີ 19 ຕຸລາ, ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດອາຊີ - ເອີຣົບ ຄັ້ງທີ 12 (ASEM 12) ທີ່ດຳເນີນຢູ່ນະຄອນ ບຣຸກແຊນ ປະເທດ ແບນຊິກ ໄດ້ສິ້ນສຸດລົງຢ່າງຈົບງາມ. 
ອັດກອງປະຊຸມສຸດຍອດ ASEM 12 - ảnh 1ອັດກອງປະຊຸມສຸດຍອດ ASEM 12 (ພາບ: EPA/TTXVN)

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການປະທານ ໂດຍຢັ້ງຢືນເຖິງຄວາມຕັດສິນໃຈຂອງບັນດາສະມາຊິກ ASEM ເພີ່ມທະວີການພົວພັນຄູ່ຮ່ວມມື ອາຊີ - ເອີຣົບ ແນໃສ່ຮັບມືຕໍ່ບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງ ວາງອອກບັນດາການກຳນົດທິດຍົກລະດັບການຮ່ວມມື ASEM ໃນໄລຍະຈະມາເຖິງ.

       ກ່ອນໜ້ານັ້ນ, ໃນຕອນທ່ຽງຂອງວັນດຽວກັນ, ບັນດາການນຳ ASEM ໄດ້ດຳເນີນກອງປະຊຸມສະເພາະກ່ຽວກັບ “ບັນດາບັນຫາສາກົນ ແລະ ພາກພື້ນ”, ສຸມໃສ່ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ຕ້ານລັດທິກໍ່ການຮ້າຍ, ບໍ່ແຜ່ຂະຫຍາຍອາວຸດລ້າງຜານ, ຄວາມໝັ້ນຄົງໃນການເດີນເຮືອ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນທີ່ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ເພື່ອຊອກຫາມາດຕະການສັນຕິພາບ ແລະ ໝັ້ນຄົງໃຫ້ແກ່ບັນດາການປະທະກັນ ແລະ ການຂັດແຍ້ງກັນຢູ່ຕາເວັນອອກກາງ, ອາຟຣິກາ, ອາຊີ…

ຕອບກັບ

ຂ່າວ/ບົດ​ອື່ນ