ອັດ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43: ສານ​ຢ່າງ​ແຮງ​ກ່ຽວ​ກັບ ອາ​ຊຽນ ທີ່ມີ​ຂອບ​ຂະ​ໜາດ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ

(VOVWORLD) - ການນຳບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຫັນດີເປັນເອກະພາບບັນດາການກຳນົດທິດໃນການປັບປຸງ ແລະ ຍົກລະດັບການຮ່ວມມື, ກະກຽມໃຫ້ແກ່ບັນດາບາດກ້າວພັດທະນາຢ່າງແຮງກ່ວາ ແລະ ມີຄວາມກະໂດດຂັ້ນໃນອະນາຄົດ.
ອັດ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43: ສານ​ຢ່າງ​ແຮງ​ກ່ຽວ​ກັບ ອາ​ຊຽນ ທີ່ມີ​ຂອບ​ຂະ​ໜາດ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ ມອບ ຄ້ອນປະທານໝູນວຽນອາຊຽນ ຄັ້ງທີ 44 ໃຫ້ແກ່ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)

ພາຍຫຼັງການເຮັດວຽກມາເປັນເວລາ 3 ວັນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ອັດລົງໃນຕອນບ່າຍວັນທີ 7 ກັນຍາ ຢູ່ ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງວຽດ ໃຫ້ຮູ້ວ່າ ດ້ວຍການເຄື່ອນໄຫວເກືອບ 20 ຢ່າງ ແລະ ເອກະສານປະມານ 90 ສະບັບໄດ້ຮັບຮອງເອົາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ປະສົບຜົນສຳເລັດຢ່າງດີງາມ. ການນຳບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຫັນດີເປັນເອກະພາບບັນດາການກຳນົດທິດໃນການປັບປຸງ ແລະ ຍົກລະດັບການຮ່ວມມື, ກະກຽມໃຫ້ແກ່ບັນດາບາດກ້າວພັດທະນາຢ່າງແຮງກ່ວາ ແລະ ມີບາດກ້າວບຸກທະລຸໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ