ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV

(VOVWORLD) -ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາວຽກງານຈຳນວນຫຼາຍ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງ, ຕົກລົງຫຼາຍເນື້ອໃນສຳຄັນ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ, ຫາກນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປ. 
ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV - ảnh 1ພິທີອັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

 ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 19 ວັນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາວຽກງານຈຳນວນຫຼາຍ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງ, ຕົກລົງຫຼາຍເນື້ອໃນສຳຄັນ ບໍ່ພຽງແຕ່ໃນປີ 2022 ເທົ່ານັ້ນ, ຫາກນັບທັງໄລຍະ 2021 – 2025 ແລະ ຊຸມປີຕໍ່ໄປ. ສະຫຼຸບໝາກຜົນຂອງກອງປະຊຸມໂດຍສັງເຂບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດໄດ້ຕົກລົງຫຼາຍການກຳນົດທິດໃຫຍ່, ໜ້າທີ່ ແລະ ມາດຕະການຈຸດສຸມເພື່ອໃຫ້ລັດຖະບານ, ທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍຢ່າງຂ້ຽວຂາດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດເປົ້າໝາຍ, ຄາດໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກ, ພິເສດແມ່ນເລັ່ງຜັນຂະຫຍາຍຢ່າງຄົບຊຸດ ແລະ ຍູ້ໄວລະດັບການປ່ອຍເງິນລົງທຶນພາກລັດ ແລະ ປະຕິບັດບ້ວງນະໂຍບາຍງົບປະມານປິການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ…, ແນໃສ່ຂຸດຄົ້ນແຫຼ່ງກຳລັງ, ປຸກລຸກທຸກຄວາມສາມາດບົ່ມຊ້ອນ, ສ້າງກຳລັງໜູນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ.”

        ກ່ຽວກັບວຽກງານສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ 5 ສະບັບ, ມະຕິ 3 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 06 ສະບັບ, ປະກອບສ່ວນເຂົ້າໃນການຫັນແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບລະບຽບການໄດ້ຢ່າງທັນການ, ສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະອຽດ, ຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາສາກົນ.

        ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລ້ວ, ນີ້ເປັນຄັ້ງທຳອິດ ຢູ່ກອງປະຊຸມສະພາແຫ່ງຊາດ, ມີໂຄງການສຳຄັນລະດັບຊາດ ເຖິງ 5 ໂຄງການ ໄດ້ຮັບການພິຈາລະນາຕົກລົງແຜນນະໂຍບາຍລົງທຶນ, ອັນໄດ້ຍົກຈຳນວນໂຄງການທັງໝົດ ທີ່ສະພາແຫ່ງຊາດຊຸດທີ XV ພິຈາລະນາ, ຕົກລົງແຜນນະໂຍບາຍລົງທຶນ ໃນປີທຳອິດຂອງອາຍຸການຂຶ້ນເປັນ 6 ໂຄງການ ດ້ວຍມູນຄ່າລົງທຶນທັງໝົດກວ່າ 390 ພັນຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ