ອັດກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 4

ອັດກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 4 - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ຄັ້ງ​ທີ 4 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ
ພາບ: TTXVN


(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ຄັ້ງ​ທີ 4 ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ພາຍ​​ໃຕ້​ຫົວ​ຂໍ້​ວ່າ: “ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ໝັ້ນຄົງ ​ແລະ ການພັດທະນາ​ໃນ​ພາກ​ພື້ນ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ ຊື່​ງ​ແມ່ນ​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ, ຜູ້​ຊ່ຽວຊານ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 21/11 ຢູ່ ນະຄອນ ​ໂຮ່ຈິ​ມີນ. ຕາມ​ທ່ານດັ້ງ​ດີ່ນກູ​ຍ, ຫົວຫນ້າ​ສະຖານ​ບັນ​ການ​ຕ່າງ​ປະ​ເທດ ​ແລ້ວ, ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​​ໄຈ້​ແຍກ,​​ແລກປ່ຽນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກ່ຽວ​ກັບ​ສາຍ​ເຫດທີ່​ກໍ່​ຄວາມ​ເຄ່ັງ​ຕຶງ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ຕີ​ລາຄາ​ບັນດາ​ປັດ​​ໃຈ​ສົ່ງ​ຜົນ​ກະທົບ​ເຖິງ​ວິວັດ​ການ​ກຳນົດ ​ແລະ ຜັນ​ຂະຫຍາຍ​ນະ​ໂຍບາຍ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢູ່​ ບາງ​ປະ​ເທດ; ຕີລາຄາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ບົດບາດ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​​ໂດຍ​ກົງ, ບັນດາ​ຝ່າຍ​ບໍ່​ກ່ຽວຂ້ອງ​​ໂດຍ​ກົງ​ຕໍ່​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ບັນດາ​ນັກຮຽນ​ຮູ້​ແລ້ວ, ທະ​ເລ​ຕາ​ເວັນ​ອອກ​​ນັບ​ມື້​ນັບ​ກາຍ​ເປັນ​ບັນຫາ​​ຊື່​ງບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ​ແລະ ນອກ​ພາກ​ພື້ນ​ພວມ​ສົນ​ໃຈ ຍ້ອນ​​ຈຸດ​ສຸມ​ດ້ານ​ເສດຖະກິດ, ການ​ເມືອງ​ຂອງ​ໂລກຫັຍໄປ​ສູ່ ອາຊີ - ປາຊິ​ຟີ​ກ ​ແລະ ຍ້ອນ​ບັນດາ​ປະ​ເທດ​ໃຫຍ່​ຄື ອາ​ເມ​ລິ​ກາ, ຈີນ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ ລ້ວນ​ແຕ່​ຖື​ທະ​ເລ​ແມ່ນ​​ເຂດ​ທີ່ມີຄວາມໝັ້ນຄົງ ​ແລະ ພັດທະນາ​ສຳຄັນ​ທີ່​ສຸດ​ໃນ​ສັດຕະວັດ​ທີ 21. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດທີ່​ເຮັດ​ໃຫ້​ສະພາບ​ການຢູ່ທະ​ເລ​ຕາ​ເວັນ​ອອກ​ໃນ​ຊຸມ​ປີຜ່ານມາ​ນັບ​ມື້​ນັບ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຄວບ​ຄຸມ​ການ​ປະ​ທະ​ກັນ ​ແລະ ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ນັກຮຽນ​ຮູ້ ​ໄດ້​ຍົກ​ອອກ​ຫລາຍຂໍ້​ສະ​ເຫ​ນີຕໍ່​ລັດຖະບານ​​ປະ​ເທດຕ່າງໆ, ຊື່ງສຸມ​ໃສ່​ເຂົ້າ​ໃນ 3 ໝວດ: ຊຸກຍູ້​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຮັດ​ແຈ້ງ​ບັນດາ​ຄຳ​ຮຽກ​ສິດ​ຕາມ​ທິດ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ກົດໝາຍ​ທະ​ເລ​ປີ 1982, ຊຸກຍູ້​ການ​ສ້າງ​ບັນດາ​ກົນ​ໄກ, ຂອບ​ເຂດ​ການ​ຮ່ວມ​ມື​ໃນພາກ​ພື້ນ, ພິ​ເສດ​ແມ່ນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ຄວນລະງັບ​ໃຈກວ່າ​ອີກ, ​ປະຕິບັດ​ຕາມ​ບັນດາ​ຄຳ​ໝັ້ນ​ໝາຍຂອງ​ຕົນ./.

ຂ່າວ/ບົດ​ອື່ນ