(ພາບ: ຂ່າວສານຊິນຮວາ)
(vovworld)- ການເຈລະຈາຍຸດທະສາດ ແລະ ເສດຖະກິດອາເມລິກາ-ຈີນ ຄັ້ງທີ 6 ໄດ້ອັດລົງໃນຕອນຄ່ຳວັນທີ 10/7 ຢູ່ນະຄອນຫຼວງປັກກິງ ດ້ວຍເລື່ອງສອງຝ່າຍບໍ່ບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບບາງບັນຫາ, ພິເສດແມ່ນບັນຫາປ້ອງກັນຄວາມ ໝັ້ນຄົງໃນເຄືອຂ່າຍອິນເຕີແນັດ ແລະ ການຂັດແຍ້ງກັນບົນທະເລ.
ທີ່ວາລະອັດການເຈລະຈາ, ທ່ານ John Kerry ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ກ່າວເຕືອນວ່າ: haker ຈີນ ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ບັນດາວິສາຫະກິດອາເມລິກາ ແລະ ນາບຂູ່ລັກສະນະແກ່ງແຍ້ງຂອງອາເມລິກາ.
ນອກຈາກບັນຫາປ້ອງກັນຄວາມໝັ້ນຄົງໃນເຄືອຂ່າຍອິນເຕີແນັດ, ອາເມລິກາ ແລະ ຈີນ ຍັງມີຄວາມບໍ່ລົງລອຍກັນກ່ຽວກັບວິທີແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ຮຽກຮ້ອງໃຫ້ຝ່າຍຕ່າງໆຖະແຫຼງອະທິປະໄຕຕ້ອງມີຄວາມລະງັບໃຈ ແລະ ເດີນຕາມແນວທາງການທູດ, ສັນຕິພາບ./.