ລາຍການສະແດງສິລະປະໃນງານປະກວດສຽງເພງພື້ນເມືອງຫວຽດນາມຄັ້ງທີ 6 ເຂດພາກໃຕ້ |
(vovworld)- ຕອນຄ່ຳວັນທີ 9/5, ຢູ່ນະຄອນກາວແລ້ງ, ແຂວງດົງທາບ ໄດ້ຈັດພິທີອັດງານປະກວດສຽງເພງພື້ນເມືອງຫວຽດນາມຄັ້ງທີ 6 ເຂດພາກໃຕ້. ຜ່ານການເຂົ້າຮ່ວມປະກວດສຽງເພງເປັນເວລາ 3 ວັນ ຂອງນັກສິລະປີນສະໝັກຫຼິ້ນທີ່ມາຈາກ 12 ຄະນະສິລະປະກອນ ຕາງໜ້າໃຫ້ບັນດາແຂວງ, ນະຄອນພາກໃຕ້, ສະພາສິລະປະໄດ້ເລືອກເອົາ 14 ລາຍການທີ່ເປັນເອກະລັກສະເພາະເພື່ອສະແດງ, ລາຍງານໃນພິທີສະຫຼຸບ, ແລະ 5 ລາຍການຈະຖືກສະແດງທີ່ງານປະກວດທົ່ວປະເທດຢູ່ແຂວງ ເງະອານໃນວັນທີ 12 /5 ທີ່ຈະມາເຖິງ. ທ່ານນາງ ຫງວຽນທິມີ້ລຽມ ປະທານ ສະພາສິລະປະງານປະກວດສຽງເພງໃຫ້ຮູ້ວ່າ :
“ ບັນດາ ຄະນະສິລະປະກອນໄດ້ພະຍາຍາມສ້າງບັນດາລາຍການດ້ວຍຈິດໃຈຮັກສາຄຸນຄ່າດັ້ງເດີມຂອງສິລະປະ. ສິ່ງທີ່ພົ້ນເດັ່ນໃນ ງານປະກວດສຽງເພງພື້ນເມືອງຫວຽດນາມຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງນັກສິລະປີນໃນເກັ່ນອາຍຸໜຸ່ມຢ່າງຫຼວງຫຼາຍ ”