ອັດງານມະໂຫລານຊາວໜຸ່ມສາກົນ ມິດຕະພາບ

ອັດງານມະໂຫລານຊາວໜຸ່ມສາກົນ ມິດຕະພາບ - ảnh 1

(ພາບ:radiovietnam.vn)

(vovworld)- ວັນ​ທີ 6/6, ງານ​ມະ​ໂຫລານ​​ຊາວ​ໜຸ່ມ​ສາກົນມິດຕະພາບ ຈັດ​ຂຶ້ນ​ຢູ່​ແຂວງ​ບິງ​ເຟືອ​ກ ​ໄດ້​ອັດ​ລົງ ພາຍຫຼັງດຳ​ເນີນບັນດາການ​ເຄື​ອນ​ໄຫວ​ທີ່​ມີຄວາມໝາຍ​​ເປັນ​ເວລາ​ 3 ວັນ. ງານ​ມະ​ໂຫລານ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 179 ຄົນ​ຊື່​ງ​ແມ່ນ​ພະນັກງານ​ຄະນະຊາວ​ໜຸ່ມ, ພະນັກງານ​ສະມາຄົມ​ຊາວ​ໜຸ່ມດີ​ເດັ່ນ​ຂອງບາງ ​ແຂວງຂອງ​ປະ​ເທດ​ກຳ​ປູ​ເຈຍ, ລາວ ​ແລະ ​ແຂວງ​ບິງ​ເຟືອ​ກ ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ, ທ່ານ​ຕົນ​ຫງອກ​ແຮ້ງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ແຂວງ​ບິງ​ເຟືອ​ກ ຢືນຢັນ​ວ່າ: ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ລາວ, ຫວຽດນາມ-​ກຳປູ​ເຈຍ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳຄ່າທີ່​​ໄດ້​ຮັບ​ການ​ສືບ​ທອດ​ຈາກລຸ້ນກ່ອນ. ການ​ພົວພັນ​ລະ​ຫວ່າງ​ບັນດາ​ອົງການ​ການ​ເມືອງ-​ສັງຄົມ​ຂອງ​ຫວຽດນາມ-​ລາວ-​ກຳປູ​ເຈຍ ​ເວົ້າລວມ ​ແລະ ​ແຂວງ​ບິງ​ເຟືອ​ກ ​ເວົ້າສະ​ເພາະ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະກອບສ່ວນ​ອັນ​ແທດ​ຈິງ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ​ທຸກ​ຊັ້ນວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ, ຊ່ວຍ​ເຫຼືອຊື່​ງກັນ ​ແລະ ກັນ, ຜ່ານ​ນັ້ນ ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ພັດທະນາ.

 

 

 

ຂ່າວ/ບົດ​ອື່ນ