ອັດປີທ່ອງທ່ຽວແຫ່ງຊາດ 2018- ຮ້າລອງ-ກວ໋າງນີງ

(VOVWORLD) -ຕອນຄ່ຳວັນທີ 18 ມັງກອນ ຢູ່ສູນປະຊຸມສາກົນ FLC  ຮ້າລອງ ແຂວງກວ້າງນີງ ໄດ້ດຳເນີນພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ.

ອັດປີທ່ອງທ່ຽວແຫ່ງຊາດ 2018- ຮ້າລອງ-ກວ໋າງນີງ - ảnh 1 ພິທີອັດປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ

ພາບ:nhandan.com.vn

ເປັນຄັ້ງທີສອງມີຄວາມເປັນກຽດເປັນເຈົ້າພາບຈັດຕັ້ງ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ດ້ວຍຫົວຂໍ້ “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ- ສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ” ໄດ້ສ້າງຂີດໝາຍສຳຄັນຫລາຍຢ່າງ.

ນັກທ່ອງທ່ຽວບໍ່ພຽງແຕ່ມີຄວາມປະທັບໃຈກ່ຽວກັບຄວາມງາມຂອງທິວທັດທຳມະຊາດ, ຄວາມຮັກແພງແຂກຄົນ ແລະ ໃກ້ຊິດສະຫນິດສະຫນົມຂອງ ຊາວ ຮ້າລອງ - ກວ໋າງນີງ ເທົ່ານັ້ນ ຫາກຜ່ານ 50 ເຫດການໂດຍແຂວງກວ໋າງນີງຈັດຕັ້ງ ພ້ອມກັບ ກວ່າ 40 ເຫດການຈັດຂຶ້ນຢູ່ 15 ແຂວງ, ນະຄອນໃນທົ່ວປະເທດ ໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມຈັບອົກຈັບໃຈດ້ວຍບັນດາບໍລິການທ່ອງທ່ຽວທີ່ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ຫງວຽນງອກທ້ຽນ ຫົວຫນ້າຄະນະຊີ້ນຳປີທ່ອງທ່ຽວແຫ່ງຊາດເນັ້ນຫນັກວ່າ:

“ດ້ວຍເກືອບ 100 ເຫດການ, ການເຄື່ອນໄຫວວັດທະນະທຳກິລາທ່ອງທ່ຽວການຄ້າ, ປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວ໋າງນີງ ໄດ້ຈັດຕັ້ງສຳເລັດຜົນ, ບັນລຸປະສິດທິຜົນສູງນັບທັງການລົງທຶນ, ການພັດທະນາຜະລິດຕະພັນທ່ອງທ່ຽວ, ສົ່ງເສີມການໂຄສະນາ, ດຶງດູດນັກທ່ອງທ່ຽວທັງພາຍໃນປະເທດ ແລະ ຕ່າງປະເທດ. ບັນດາຄວາມມານະພະຍາຍາມຂອງບັນດາແຂວງ, ນະຄອນ ພິເສດແມ່ນແຂວງ ກວ໋າງນີງ ໄດ້ປະກອບສ່ວນຍົກສູງຄຸນນະພາບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫລາຍຮູບຫລາຍແບບ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຢາມຫວຽດນາມ ນັບມື້ນັບຫລາຍຂຶ້ນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ