ອັດວາລະປະຊຸມຄັ້ງທີ 19 ຂອງຄະນະປະຈຳສະພາ ແຫ່ງຊາດ

ອັດວາລະປະຊຸມຄັ້ງທີ 19 ຂອງຄະນະປະຈຳສະພາ ແຫ່ງຊາດ - ảnh 1
ວາລະປະຊຸມຄັ້ງທີ 19 ຄະນະປະຈຳສະພາແຫ່ງຊາດ

(vovworld) – ​ພາຍຫຼັງເຮັດວຽກມາເປັນເວລາເກືອບ 3 ວັນ, ຕອນເຊົ້າວັນທີ 12/7, ຄະນະປະຈຳສະພາແຫ່ງຊາດ ອັດວາລະປະຊຸມຄັ້ງທີ 19. ກ່າວຄຳເຫັນທີ່ພິທີອັດ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຮຽກຮ້ອງໃຫ້ບັນດາອົງການຮຽບຮຽງ ແລະ ອົງການທີ່ກ່ຽວຂ້ອງຮັບຮອງ, ປັບປຸງບັນດາເນື້ອໃນທີ່ໄດ້ຮັບການ ປຶກສາຫາລືທີ່ວາລະປະຊຸມ, ປັບປຸງບັນດາຮ່າງກົດໝາຍ, ມະຕິຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບຮ່າງມະຕິ ສະບັບປັບປຸງ, ເພີ່ມເຕີມບາງມະຕິ ກ່ຽວຂ້ອງເຖິງເລື່ອງບັນດາອົງການຂອງສະພາແຫ່ງຊາດ, ອົງການຂຶ້ນກັບຄະນະປະຈຳສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດຕ້ອນຮັບພົນລະເມືອງ, ຮັບເອົາ, ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງ, ສະເໜີແນະ ແລະ ຕິດຕາມກວດກາເລື່ອງແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ຂອງພົນລະເມືອງ. ຜ່ານການປຶກສາຫາລື, ຄຳເຫັນສ່ວນຫຼາຍຂອງບັນດາກຳມະການ ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີຕໍ່ຄວາມຈຳເປັນຕ້ອງປະກາດໃຊ້ມະຕິ. ແຕ່ເຖິງຢ່າງ ໃດກໍ່ຕາມ, ກໍ່ມີບາງຄຳເຫັນຍັງເປັນຫ່ວງຕໍ່ຄວາມເປັນເອກະພາບ, ຄົບຊຸດລະຫວ່າງມະຕິນີ້ກັບລະບົບເອກະສານນິຕິກຳ ທີ່ພວມປະກາດໃຊ້. ທ່ານ ຟຸ່ງກວກຫຽນ, ຫົວໜ້າ ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ, ປະກອບຄຳເຫັນວ່າ:

“ເພື່ອຮັບປະກັນຄວາມເປັນເອກະພາບກັນລະຫວ່າງມະຕິນີ້ກັບລະບົບກົດໝາຍ, ພິເສດແມ່ນບັນດາ ລະບົບກົດໝາຍພວກເຮົາຈະປັບປຸງຄື: ລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການຈັດຕັ້ງການເຄື່ອນໄຫວ ຂອງສະພາແຫ່ງຊາດ, ຖ້າຫາກພວກເຮົາຮັບຮອງເອົາມະຕິໃນຄັ້ງນີ້ໝາຍຄວາມວ່າມະຕິນີ້ຍັງມີຜົນສັກສິດ ໃນເວລາພຽງ 1 ປີ, ກ່ວາ 1 ປີ ເທົ່ານັ້ນ. ຕາມຂ້າພະເຈົ້າແລ້ວ, ພວກເຮົາຄວນສືບຕໍ່ຄົ້ນຄ້ວາ ເຮັດໃຫ້ເລີກເຊິ່ງກ່ວາອີກ, ຍາມມີເງື່ອນໄຂຢ່າງຄົບຖ້ວນ, ມີຫຼັກຖານດ້ານກົດໝາຍ ຈຶ່ງອອກມະຕິ ມັນຈະຮັບປະກັນກ່ວາ.”

  ແລະກໍ່ໃນຕອນເຊົ້າວັນດຽວກັນ, ດ້ວຍຄຳເຫັນດີສ່ວນຫຼາຍ, ຄະນະປະຈຳສະພາ ແຫ່ງຊາດ ໄດ້ຮັບຮອງເອົາລັດຖະບັນຍັດເພີ່ມເຕີມບາງມາດຕາຂອງ ລັດຖະບັນຍັດກ່ຽວກັບການຄຸ້ມຄອງ, ນຳໃຊ້ ອາວຸດ, ວັດຖຸລະເບີດ ແລະ ອຸປະກອນໜູນຊ່ວຍ.

ຂ່າວ/ບົດ​ອື່ນ