ອັດວາລະປະຊຸມຄົບຄະນະຄັ້ງທີ 10 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(VOVWORLD) - ທີ່ກອງປະຊຸມຄັ້ງນີ້, ກຳມາທິການຍຸຕິທຳໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານຕິດຕາມການປະຕິບັດກົດໝາຍກ່ຽວກັບການດຳເນີນຄະດີດ້ານບໍລິຫານໃນການແກ້ໄຂບັນດາຄະດີບໍລິຫານ
ອັດວາລະປະຊຸມຄົບຄະນະຄັ້ງທີ 10 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ - ảnh 1

ອັດວາລະປະຊຸມຄົບຄະນະຄັ້ງທີ 10 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

ວັນທີ 14 ສິງຫາ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ໄດ້ປິດວາລະປະຊຸມຄົບຄະນະຄັ້ງທີ 10 ພາຍຫຼັງ 3 ວັນເຮັດວຽກຢ່າງຮີບດ່ວນ, ເຂັ້ມງວດ. ທີ່ກອງປະຊຸມຄັ້ງນີ້, ກຳມາທິການຍຸຕິທຳໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານຕິດຕາມການປະຕິບັດກົດໝາຍກ່ຽວກັບການດຳເນີນຄະດີດ້ານບໍລິຫານໃນການແກ້ໄຂບັນດາຄະດີບໍລິຫານ, ດຳເນີນຄະດີ, ປະຕິບັດບັນຫາຄຳຕັດສິນຂອງສານດ້ານບໍລິຫານສຳລັບຄຳຕັດສິນບໍລິຫານ, ການກະທຳບໍລິຫານຂອງປະທານຄະນະກຳມະການປະຊາຊົນ ແລະ ຄະນະກຳມະການປະຊາຊົນ; ຈັດຕັ້ງວາລະອະພິປາຍກ່ຽວກັບ “ສະພາບການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດໄລຍະແຕ່ 2012 - 2017”; ກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານອາຍາ.

        ກ່ອນທີ່ອັດກອງປະຊຸມ, ໃນການເຮັດວຽກເມື່ອວັນທີ 24 ສິງຫາ, ກຳມາທິການ ດຳເນີນການກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານອາຍາ.

ຕອບກັບ

ຂ່າວ/ບົດ​ອື່ນ