ອົດສະຕາລີ ມີນາຍົກລັດຖະມົນຕີ ຄົນໃໝ່

(VOVWORLD) -  ທ່ານລັດຖະມົນຕີ Morrison ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop. ໃນການປ່ອນບັດຄັ້ງທຳອິດ, ທ່ານນາງລັດຖະມົນຕີການຕ່າງປະເທດ

ອົດສະຕາລີ ມີນາຍົກລັດຖະມົນຕີ ຄົນໃໝ່ - ảnh 1

ທ່ານ Scott Morrison (ເບື້ອງຂວາ) ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງອົດສະຕາລີ

(ພາບ: Telegraph)

ທ່ານລັດຖະມົນຕີກະຊວງຄັງເງິນ, ທັງຮັບຜິດຊອບລັດຖະມົນຕີກະຊວງພາຍໃນ ອົດສະຕາລີ Scott Morrison ໄດ້ຮັບເລືອກຕັ້ງເປັນປະທານພັກເສລີກຳອຳນາດ ແລະ ຈະກາຍເປັນນາຍົກລັດຖະມົນຕີຜູ້ທີ 30 ຂອງອົດສະຕາລີ. ນີ້ແມ່ນໝາກຜົນຂອງກອງປະຊຸມ ແລະ ປ່ອນບັດຄັ້ງທີ 2 ຂອງພັກເສລີ ຕາມການຮຽກໂຮມຂອງທ່ານນາຍົກລັດຖະມົນຕີ Malcolm Turnbull ໃນວັນທີ 24 ສິງຫາ ເພື່ອແກ້ໄຂວິກິດການການເມືອງ.

        ທີ່ກອງປະຊຸມນີ້, ທ່ານນາຍົກລັດຖະມົນຕີ Turnbull ໄດ້ລາອອກຈາກຕຳແໜ່ງເພື່ອໃຫ້ບັນດາສະມາຊິກລັດຖະສະພາປ່ອນບັດເລືອກຕັ້ງລະຫວ່າງຜູ້ອອກສະໝັກເລືອກຕັ້ງ 3 ຄົນແມ່ນທ່ານອະດິດລັດຖະມົນຕີກະຊວງພາຍໃນ Peter Dutton, ທ່ານລັດຖະມົນຕີ Morrison ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop. ໃນການປ່ອນບັດຄັ້ງທຳອິດ, ທ່ານນາງລັດຖະມົນຕີການຕ່າງປະເທດ ໄດ້ຮັບຈຳນວນບັດສະໜັບສະໜູນຫນ້ອຍທີ່ສຸດ. ຢູ່ຮອບທີສອງ, ທ່ານ Morrison ໄດ້ລື່ນກາຍທ່ານ Dutton ດ້ວຍອັດຕາບັດສະໜັບສະໜູນແມ່ນ 45 – 40 ແລະ ຍາດໄດ້ໄຊຊະນະ. ທີ່ກອງປະຊຸມຄັ້ງນີ້, ພັກເສລີໄດ້ເລືອກຕັ້ງທ່ານລັດຖະມົນຕີພະລັງງານ Josh Frydenberg ເປັນຮອງປະທານພັກ, ແທນໃຫ້ທ່ານນາງ Bishop ໄດ້ລາອອກຈາກຕຳແໜ່ງກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ