ອົດສະຕາລີຄວນແຈ້ງຂ່າວພາວະວິໄສ, ຖືກຕ້ອງຕາມຄວາມຈິງກ່ຽວກັບ ຄະດີພິມເງິນທະນາບັດ Polymer
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ
|
(vovworld)- ຕໍ່ໜ້າເລື່ອງວັນທີ 19/6/2014, ສານສູງສຸດລັດ Victoria, ປະເທດອົດສະຕາລີ ໄດ້ປະກາດໃຊ້ຄຳສັ່ງກວດກາທີ່ກ່ຽວຂ້ອງເຖິງຄະດີພິມເງິນທະນາບັດ Polymer ຊຶ່ງໄດ້ກ່າວເຖິງຊື່ຂອງເຈົ້າໜ້າທີ່ຂັ້ນສູງບາງທ່ານຂອງຕ່າງປະເທດ, ໃນນັ້ນມີຫວຽດນາມ, ວັນທີ 8/8/2014, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ຊີ້ແຈ້ງວ່າ : ພາຍຫຼັງທີ່ມີຂ່າວກ່ຽວກັບການກ່າວຫາທີ່ກ່ຽວຂ້ອງເຖິງສັນຍາ ພິມເງິນທະນາບັດ Polymer, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມໄດ້ສົມທົບກັບຝ່າຍ ອົດສະຕາລີ ດຳເນີນການສືບສວນຢ່າງເຄັ່ງຄັດ ແລະ ບໍ່ກວດພົບຂໍ້ມູນ, ເອກະສານ, ຫຼັກຖານທີ່ກ່ຽວຂ້ອງເຖິງກໍລະນີສໍ້ລາດບັງຫຼວງຂອງບັນດາເຈົ້າໜ້າທີ່ຫວຽດນາມ. ຫວຽດນາມຄັດຄ້ານຢ່າງຮຸນແຮງຕໍ່ການກະທຳນີ້ຂອງ ສານສູງສຸດລັດ Victoria ແລະ ສະເໜີຝ່າຍອົດສະຕາລີຈົ່ງອະທິບາຍຢ່າງຈະແຈ້ງກ່ຽວກັບຄຳສັ່ງກວດການີ້ ແລະ ແຈ້ງຂ່າວພາວະວິໄສ ເປີດເຜີຍກ່ຽວກັບກໍລະນີນີ້.