ອິດສະຣານແອນຕັດສິນໃຈຄັດຄ້ານຂໍ້ລິເລີມຂອງຝລັ່ງກ່ຽວກັບການເຈລະຈາສັນຕິພາບຢູ່ຕາເວັນອອກກາງ
ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu
(ພາບ: THX/TTXVN)
(vovworld) - ວັນທີ 15/05, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໃຫ້ຮູ້ວ່າ, ໄດ້ຊີ້ແຈ້ງກັບທ່ານລັດຖະມົນຕີກະຊວງການຕ່າງປະເທດຝລັ່ງ Jean Marc Ayrault ກ່ຽວກັບເລື່ອງ Tel Aviv ຍັງຮັກສາຫຼັກໝັ້ນຄັດຄ້ານຂໍ້ລິເລີມຂອງປາຣີ ກ່ຽວກັບການຈັດຕັ້ງກອງປະຊຸມສາກົນ ເພື່ອແນໃສ່ຟື້ນຟູວິວັດການເຈລະຈາສັນຕິພາບຢູ່ພາກພື້ນຕາເວັນອອກກາງ. ທີ່ການຕ້ອນຮັບທ່ານລັດຖະມົນຕີ Jean Marc Ayrault, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ, ມາດຕະການໜຶ່ງດຽວເພື່ອສາມາດຍາດໄດ້ສັນຕິພາບລະຫວ່າງອິດສະຣາແອນ ແລະ ຊາວປາແລດສະຕິນ ຢ່າງແທ້ຈິງ ແມ່ນຕ້ອງຜ່ານບັນດາການເຈລະຈາໂດຍກົງລະຫວ່າງ 2 ຝ່າຍ, ຫາກບໍ່ມີເງື່ອນໄຂຕັດສິນຊີ້ຂາດອື່ນອີກ.