ອິດສະຣາແອນ ແລະ ປາແລດສະຕິນ ມີປະຕິກິລິຍາຂັດກັບຄຳຕັດສິນຂອງ Guatemala

(VOVWORLD) - ໃນຖະແຫຼງການສະບັບໜຶ່ງ, ທ່ານ Netanyahu ຢັ້ງຢືນວ່າ ບັນດາປະເທດ ອື່ນຈະຮັບຮອງ Jerusalem ແລະ ປະກາດການຍົກຍ້າຍສະຖານທູດ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນບາດກ້າວເລີ່ມຕົ້ນ “ສຳຄັນທີ່ສຸດ”.
ອິດສະຣາແອນ ແລະ ປາແລດສະຕິນ ມີປະຕິກິລິຍາຂັດກັບຄຳຕັດສິນຂອງ Guatemala - ảnh 1ທ່ານປະທານາທິບໍດີ Guatemala Jimmy Morales ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu

ວັນທີ 25 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຊົມເຊີຍຄຳຕັດສິນຂອງ Guatemala  ຍົກຍ້າຍສະຖານທູດໄປ Jerusalem, ຖືວ່າ ບັນດາປະເທດອື່ນຈະປະຕິບັດຕາມຄຳຕັດສິນທີ່ໄດ້ກໍ່ຄວາມໂຕ້ຖຽງກັນຂອງ ອາເມລິກາ. ໃນຖະແຫຼງການສະບັບໜຶ່ງ, ທ່ານ Netanyahu ຢັ້ງຢືນວ່າ ບັນດາປະເທດ ອື່ນຈະຮັບຮອງ Jerusalem ແລະ ປະກາດການຍົກຍ້າຍສະຖານທູດ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນບາດກ້າວເລີ່ມຕົ້ນ “ສຳຄັນທີ່ສຸດ”.

        ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ປາແລັດສະຕິນ ປະກາດເລື່ອງ Guatemala ຕັດສິນໃຈຍົກຍ້າຍສະຖານທູດ ໄປຍັງ Jerusalem ແມ່ນການເຄື່ອນໄຫວ “ຜິດກົດໝາຍ ແລະ ເປັນໜ້າລະອາຍ”. ຖະແຫຼງການຂອງກະຊວງດັ່ງກ່າວເນັ້ນໜັກການເຄື່ອນໄຫວນີ້ໄປຝືນກັບຄວາມປາດຖະໜາຂອງວົງການການນຳໂບດຢູ່ Jerusalem ກໍ່ຄືຄຳຕັດສິນຂອງ ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມຄຳຕັດສິນຂອງ ອາເມລິກາ ຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ.

        ບັນດາປະຕິກິລິຍາຂອງ ອິດສະຣາແອນ ແລະ ປາແລດສະຕິນ ໄດ້ຍົກອອກມາພາຍຫຼັງທ່ານປະທານາທິບໍດີ Guatemala Jimmy Morales ໃຫ້ຮູ້ວ່າ: ທ່ານໄດ້ອອກຄຳສັ່ງຍົກຍ້າຍສະຖານທູດຂອງປະເທດນີ້ຢູ່ ອິດສະຣາແອນ ເຖິງ Jerusalem ພາຍຫຼັງການເຈລະຈາກັບທ່ານນາຍົກລັດຖະມົນຕີ Netanyahu ພຽງໜຶ່ງວັນ, ພາຍຫຼັງລັດຖະບານຂອງທ່ານຖະແຫຼງສະໜັບສະໜູນ ອາເມລິກາ ໃນການໂຕ້ຖຽງກັນກ່ຽວກັບກົດບັດຂອງນະຄອນນີ້ພຽງ 2,3 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ