ອິດສະຣາແອນ ແລະ ປາແລດສະຕີນ ອາດຈະບັນລຸໄດ້ຂໍ້ຕົກລົງສັນຕິພາບໃນເດືອນ 4/2014
ທ່ານປະທານາທິບໍດີປາແລດສະຕີນ Abbas ແລະ ນາຍົກລັດຖະມົນຕີ ອິດສະຣາແອນ Netanyahu
ພາບ:internet
|
(vovworld)- ນີ້ແມ່ນຄຳກ່າວປາໄສຂອງທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ພາຍຫລັງສິ້ນສຸດການຢ້ຽມຢາມເຂດຕາເວັນອອກກາງໃນວັນທີ 12 ແລະ 13/12. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ປະຈຸບັນ ປາແລດສະຕີນ ແລະ ອິດສະຣາແອນ ລ້ວນແຕ່ເອົາໃຈໃສ່ເຖິງບັນດາການເຈລະຈາສັນຕິພາບ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຂອບເຂດໃຫ້ແກ່ບັນດາບັນຫາຫລັກແຫລ່ງໃນການປະທະກັນທີ່ແກ່ຍາວເຖິງທົດສະວັດຜ່ານມາລະຫວ່າງສອງປະເທດ ແລະ ນີ້ກໍແມ່ນແຜນຮ່າງລວມຂອງຂໍ້ຕົກລົງສຸດທ້າຍ. ທ່ານ John Kerry ຢືນຢັນ: ບັນດາຝ່າຍລ້ວນແຕ່ມານະພະຍາຍາມເພື່ອຮັບປະກັນຄວາມສະຫງົບປອດໄພຂອງ ອິດສະຣາແອນກໍຄືເຄົາລົບອະທິປະໄຕຂອງປາແລດສະຕີນ.